ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ

ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນຟຸກ ​
​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ໃຫ້​ສະຫະພັນ​ແມ່ຍິງ​ຫວຽດນາມ
(ພາບ: baochinhphu)


(vovworld) – ຕອນ​ເຊົ້າ​ວັນ​ທີ 18/10, ສະຫະພັນແມ່ຍິງ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 85 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະ​ຫະພັນ​​ແມ່ຍິງ ​ແລະ ວັນ​ແມ່​ຍິງ​ຫວຽດນາມ (20/10). ກ່າວ​ຄຳ​ເຫັນ​ທີ່​ພີ​ທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໃນ 85 ປີຜ່ານມາ ​ແລະ ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ໄດ້​ຮັບ​ລາງວັນ​ແມ່ຍິງ​ປີ 2015. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວຍ​ຟຸກ ສະ​ເໜີ​ວ່າ.

    “ສະຫະພັນ​ແມ່​ຍິງ​ຫວຽດນາມ ທຸ​ກຂັ້ນຕ້ອງ​ປະຕິບັດ​ບົດບາດ​ເປັນ​ຜູ້​ຕາງໜ້າ​ປົກ​ປ້​ອງສິດຜົນປະ​ໂຫຍ​ດອັນຊອບ​ທຳ​ຂອງ​ແມ່ຍິງ; ປະຕິບັດ​ວຽກ​ງານ​ໂຄ​ສະນາ, ສຶກສາ, ຂົນຂວາຍ​​ແມ່​ຍິງ​ທຸກ​ຊັ້ນ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ. ສະຫະພັນ​ສືບ​ຕໍ່​ເສີມ​ຂະຫຍາຍຄວາມ​ສາມາດ​ບົ່​ມຊ້ອນ, ​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ແມ່ຍິງ ​ແລະ ຂົນຂວາ​ຍ​ແມ່ຍິງ​ສະ​ໜັບສະ​ໜູນ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ, ບັ້ນ​ຂົນຂວາຍຢ່າງ​ຕັ້ງໜ້າຄື: ​ກໍ່ສ້າງ​ຊົນນະບົດ​ໃໝ່, ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ຊ່ວຍ​ເຫຼື​ອ​ເຊິ່ງກັນ​ແລະ​ກັນ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ”.

   ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນຟຸກ ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ໃຫ້​ສະຫະພັນ​ແມ່ຍິງ​ຫວຽດນາມ.

ຂ່າວ/ບົດ​ອື່ນ