ພິທີສະເຫຼີມສະຫຼອງປີ ແຫ່ງຄວາມສາມັກຄີ ມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ໂຮ່ຈີມິນ

ພິທີສະເຫຼີມສະຫຼອງປີ ແຫ່ງຄວາມສາມັກຄີ ມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ໂຮ່ຈີມິນ - ảnh 1
ລາຍການເພງຍ້ອງຍໍຄວາມສາມັກຄີຫວຽດນາມ - ລາວ
(ພາບ: phunuonline.com)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ​ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5/9/1962 – 5/9/2012), 35 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຫວຽດນາມ - ລາວ (18/7/1977 – 18/7/2012). ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ, ​ທ່ານເລຂາ​ຄະນະພັກ​ນະຄອນ ​ໂຮ່ຈີ​ມິນ Le Thanh Hai, ທ່ານອະດີດປະທານ​ປະ​ເທດ Nguyen Minh Triet. ອ່ານ​ສູນ​ທອນ​ພົດ​ນະ​ພິທີ, ທ່ານເລຂາ​ຄະນະພັກ​ນະຄອນ ​ໂຮ່ຈີ​ມິນ Le Thanh Hai ຢັ້ງຢືນ​ວ່າ:

“ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ໝາຍ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ພົວພັນ​ແບບ​ພິ​ເສດ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ​ໃນ​ການ​ພົບ​ປະ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ນ້ຳ​ໃຈ​ອັນເລິກ​ເຊິ່ງ ​ແລະ ຄຸນງາມຄວາມດີທີ່ບໍ່​ມີ​ຍັງ​ສາມາດ​ປຽບທຽບ​ໄດ້​ເຊິ່ງພະນັກງານ, ນັກຮົບ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ເພື່ອ​ຊ່ວຍ​ເຫຼືອ​ ​ໃຫ້​ແກ່​ໄລຍະການ​ປະຕິວັດ ຕ່າງໆຂອງ ຫວຽດນາມ .”

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາ​ຍົກລັດຖະມົນຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມອບ​ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ 2 ​ໃຫ້​ແກ່​ຄະນະ​ກຳມະການ​ປະຊາຊົນ, ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິ​ນ ​ແລະ ບັນດາ​ການ​ນຳນະຄອນ ​ໂຮ່ຈີ​ມິນ, ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ພະ​ແນ​ກພົວພັນ​ກັບຕ່າງປະ​ເທດ​ນະຄອນ ​ເຊິ່ງ​ໄດ້​ມີ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ