ພິທີສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ຄົບຮອບ 60 ປີ ຖືກຈັດຂຶ້ນຢ່າງສົມກຽດ

(VOVWORLD) -ວັນທີ 8 ພະຈິກ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ສົມທົບກັບ ສູນສໍາເນົາເອກະສານ ອິນໂດເນເຊຍ ຈັດຕັ້ງ ພິທີສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ຄົບຮອບ 60 ປີ (1959 - 2019).
ພິທີສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ຄົບຮອບ 60 ປີ ຖືກຈັດຂຶ້ນຢ່າງສົມກຽດ	 - ảnh 1 ທ່ານນາງ Retno Marsudi  ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ (ພາບ: TTXVN)

        ກ່າວຄໍາເຫັນທີ່ພິທີ, ທ່ານເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ໃນວິວັດການພັດທະນາວັດທະນາຖາວອນ ແລະ ຍືນຍົງ, ການຮ່ວມເດີນທາງຂອງສອງຊາດ ຫວຽດນາມ - ອິນໂດເນເຊຍ ມີຄວາມໝາຍຍຸດທະສາດ, ອີງໃສ່ພື້ນຖານອັນໜັກແໜ້ນ ເຊິ່ງມີຕົ້ນກໍາເນີດມາຈາກນໍ້າໃຈແຮງຄວາມເປັນມິດຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Soekarno ກ່ອນໜ້ານີ້ 60 ປີ. ທ່ານເລຮວ່າຍຈູງ ກວ່່າວ່າ:

        “ການຢ້ຽມຢາມຂອງການນໍາສອງທ່ານ ໄດ້ອອກນອກຂອບເຂດການພົວພັນຕ່າງປະເທດ ແລະ ໄດ້ກາຍເປັນຂີດໝາຍໃນປະຫວັດສາດອັນຍາວນານ ລະຫວ່າງສອງຊາດ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ນໍ້າໃຈໄມຕີຈິດມິດຕະພາບ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນຍຸກທັນສະໄໝ. ພວກຂ້າພະເຈົ້າ ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມມືກັນ ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ ອິນໂດເນເຊຍ ກັບ ຫວຽດນາມ, ນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່”.

        ກໍທີ່ພິທີ, ທ່ານນາງ Retno Marsudi  ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາສອງທ່ານ ທີ່ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່່າງຫວຽດນາມ ແລະ ອິນໂດເນເຊຍ ແລະ ຖືວ່າ ສອງປະເທດ ຄວນຈົດຈໍາປະຫວັດສາດຂອງສອງຊາດ.

       ແລະກໍໃນວັນດຽວກັນ, ຢູ່ອິນໂດເນເຊຍ ກໍໄດ້ຈັດຕັ້ງພິທີມອບລາງວັນການເສັງຊອກຮູ້ກ່ຽວກັບການເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດ ຂອງປະທານ ໂຮ່ຈີມິນ ໂດຍ ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ສົມທົບກັບ ພະແນກພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ