ພິທີສະເຫຼີມສະຫຼອງວັນພາສາຝະລັ່ງສາກົນ 20/3

ພິທີສະເຫຼີມສະຫຼອງວັນພາສາຝະລັ່ງສາກົນ 20/3  - ảnh 1

   ທ່ານ​ ​ເລ​ເລື່ອງ​ມິ​ນ​, ນາງ Anissa Barrak ພ້ອມ​ກັບ​ບັນດາ​ບຸກຄົນ​
ໄດ້​ຮັບ​ຫຼຽນ​ທີ່​ລະນຶກ​ ທີ່​ພິທີສະ​ເຫຼີ​ມສະຫຼອງ​ ວັນ​ພາສາ​ຝະລັ່ງສາກົນ



Vovworld- ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ພາສາ​ຝະລັ່ງສາກົນ 20/3 ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ຫ້ອງການ​ພາກ​ພື້ນ ອາ​ຊີ-ປາຊີ​ຟິກ BRAP ທີ່​ຂຶ້ນ​ກັບ​ອົງການ​ພາສາ​ຝະລັ່ງສາກົນ OIF ປະຈຳ​ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 20/3 ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ. ທີ່​ພິທີ​ດັ​່ງກ່າວ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ເລ​ເລື່ອງ​ມິ​ນ​ເນັ້ນ​ໜັກ​ວ່າ ບັນດາ​ປະ​ເທດ​ສະມາຊິກ​ໃນ​ປະຊາ​ຄົ​ມ​ໃຊ້ພາສາ​ຝະລັ່ງຄວນ​ມານະ​ພະຍາຍາມ​ໃນ​ການ​ເຄື່ອນ​ໄຫວ​ລະອຽດ, ​ເພີ່ມ​ທະວີ​ກຳລັງ​ແຮງ, ຄວາມ​ສາມັກ​ຄີ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ, ​ເສີມ​ຂະຫຍາຍ​ບົດ​ບາດ ​ແລະ ສຽງ​​ເວົ້າ​ໃນ​ບັນດາ​ບັນຫາ​ສາກົນ, ໜູນ​ຊ່ວຍ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຕົນ ​ແນ​ໃສ່​ປະກອບສ່ວນ​ກໍ່ສ້າງ​​ໂລກ​ແຫ່ງ​ສັນຕິພາບ, ສະ​ເໝີ​ພາບ ​ແລະ​ ວັດທະນາ​ຖາວອນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ເລ​ເລື່ອງ​ມິ​ນຢືນຢັນ​ວ່າ: 

 “ ພ້ອມ​ກັບ​ການ​ເຂົ້າ​ຮ່ວມບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເປີດ​ກ້ວາງ​ການ​ພົວພັນຮ່ວມ​ມື​ກັບບັນດາ​ປະ​ເທດ​ໃນ​ໂລກ, ຫວຽດນາມ​ມີ​ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ກ່ຽວ​ກັບ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ອົງການ​ພາສາ​ຝະລັ່ງສາກົນ ​ແລະ ບັນດາ​ປະ​ເທດ​ສະມາຊິກ, ພ້ອມ​ແລ້ວ​ຈະ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງອົງການ​ພາສາ​ຝະລັ່ງ”

    ສ່ວນ​ທ່ານ​ນາງ Anissa Barrack ຜູ້ອຳນວຍການ ຫ້ອງການ​ພາກ​ພື້ນ ອາ​ຊີ-ປາຊີ​ຟິກ BRAP ​ໄດ້​ຕີ​ລາຄາ​ສູງ​ການ​ເຂົ້າຮ່ວມ ​ແລະ ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ໃນ​ກຸ່ມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ. ທ່ານ​ນາງ​ເວົ້າ​ວ່າ:

    “ ດ້ວຍ​ລະດັບ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ, ຄວາມ​ຂະຫຍັນ​ຂັ່ນ​ເຄື່ອນ​ໃນ​ວຽກ​ງານ​ການ​ທູດ ​ແລະ ການ​ພົວພັນ​ສາກົນ, ຫວຽດນາມ​ມີ​ບົດບາດ​ສຳຄັນ​ໃນ​ການ​ປັບປຸງ​ສາຍສຳພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ​ໃນ​ພາກ​ພື້ນ​ກັບ ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ​ໃນ​ໂລກ, ຫວຽດນາມ​ຈະ​ພ້​ອມກັບລາວ, ກຳປູ​ເຈຍ ​ແລ​ະ ​ໄທ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງອົງການ​ພາສາ​ຝະລັ່ງສາກົນ ​ແລະ ອາ​ຊຽນ. ຍິ່ງ​ໄປ​ກ່ວາ​ນັ້ນ, ຫວຽດນາມ​ໄດ້​ມີ​ບັນດາ​ຄຳ​ໝັ້ນ​ສັນ​ຍາ ​ແລະ ຄວາ​ມມານະ​ພະຍາຍາມ​ຢ່າງ​​ໃຫຍ່​ຫຼວງ​ໃນ​ການ​ຍ​ເພີ່ມ​ທະວີ​ການ​ສອນ​ພາສາ​ຝະລັ່ງ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານການ​ເມືອງ ​ແລະ ການ​ຮ່ວມ​ມື​ໃນ​ປະຊາ​ຄົ​ມໃຊ້​ພາສາ​ຝະລັ່ງ”

ຂ່າວ/ບົດ​ອື່ນ