ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ

(VOVWORLD) -  ຕອນຄໍ່າວັນທີ 30 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມປະຈໍາລາວ ໄດ້ຈັດຕັ້ງງານລ້ຽງຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 74 ປີ (2/9/1945 – 2/9/1945).

     ເມື່ອກ່າວປາໄສຢູ່ງານລ້ຽງ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍກ່ອນນີ້ 74 ປີ, ຄືວັນທີ 2 ກັນຍາ 1945, ປະທານໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຫຼັງຈາກນັ້ນ ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ. ແນວຄິດເປັນເຈົ້າພາທາງ, ລຸລ່ວງຂອງຖະແຫຼງການປະກາດເອກະລາດຂອງຫວຽດນາມ ແມ່ນ ປະເທດຊາດເອກະລາດ, ເສລີພາບ, ຍຸຕິທໍາ ແລະ ຄວາມໄຝ່ຝັນຢາກໃຫ້ປະຊາຊົນມີຄວາມຜາສຸກ. ໃນກວ່າ 7 ທົດສະວັດຜ່ານມາ, ປະຊາຊົນຫວຽດນາມ ຍາດໄດ້ເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປະສົບຜົນສໍາເລັດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ພ້ອມດ້ວຍບັນດາຜູ້ແທນທີ່ງານລ້ຽງ (ພາບ: VOV)

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍຢັ້ງຢືນວ່າ ຫວຽດນາມ ຖືການພົວພັນ ຫວຽດນາມ - ລາວ ເປັນສໍາຄັນ, ຍາມໃດກໍຖືລາວເປັນອ້າຍນ້ອງ, ເປັນເພື່ອນມິດສະໜິດສະໜົມ ແລະ ຊື່ສັດບໍລິສຸດທີ່ສຸດ. ຫວຽດນາມມີຄວາມປິຕິຊົມຊື່ນ ແລະ ມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສອງຝ່າຍໄດ້ຕົກລົງເຫັນດີຍົກລະດັບການພົວພັນຂຶ້ນເປັນ “ການພົວພັນມິດຕະພາບທີ່ຍິ່ງໃຫຍ່”.

ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ - ảnh 2 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມກ່າວຄໍາປາໄສທີ່ພິທີໄຂ

ແລະກໍໃນຕອນຄໍ່າຂອງວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມຄົບຮອບ 74 ປີ ເຊັ່ນດຽວກັນ. ກ່າວປາໄສທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ທົບທວນຄືນປະຫວັດສາດອັນສະຫງ່າອົງອາດຂອງປະຊາຊົນຫວຽດນາມ ນັບແຕ່ເມື່ອປະເທດຊາດຍາດໄດ້ເອກະລາດ ກ່ອນນີ້ 74 ປີ, ບັນດາຜົນງານພົ້ນເດັ່ນດ້ານເສດຖະກິດ-ສັງຄົມ ທີ່ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ນໍາຫວຽດນາມ ໃຫ້ນັບມື້ນັບພັດທະນາ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານ ຫວູຮົ່ງນາມ ກໍຫວັງວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາ ໃນຍຸກສະໄໝໃໝ່ Reiwa ຂອງ ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ບຣາຊີນ ກໍຈັດຕັ້ງການຕ້ອນຮັບແຂກ ເນື່ອງໃນໂອກາດນີ້ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ