ພິທີສະເຫຼີມສະຫຼອງວັນສາກົນ ໃຊ້ພາສາຝຣັ່ງ

ພິທີສະເຫຼີມສະຫຼອງວັນສາກົນ ໃຊ້ພາສາຝຣັ່ງ  - ảnh 1

ການ​ປະຊຸມ​ຂ່າວກ່ຽວ​ກັບພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາກົນ​ໃຊ້ພາສາ​ຝຣັ່ງ​

(ພາບ:gdtd.vn)

( vovworld ) ​​​​ວັນ​ທີ 20/3, ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ສົມທົບ​ກັບ​ຫ້ອງການ​ຜູ້ຕາງໜ້າ​ອົງການ​ສາກົນ​ໃຊ້ພາສາ​ຝຣັ່ງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ສາກົນ​ໃຊ້ພາສາ​ຝຣັ່ງ​ຢ່າງ​ເປັນ​ທາງ​ການ​ທີ່​ໂຮງ​ລະຄອນ​ໃຫ່ຍຮ່າ​ໂນ້ຍ. ​ໃນ​ສານ​ອອກ​ອາກາດທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ Anissa Barrak ຜູ້ອຳນວຍ​ການຫ້ອງການ​ຜູ້ຕາງໜ້າ​ອົງການສາກົນ​​ໃຊ້ພາສາ​ຝຣັ່ງ​ ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ໄດ້​ຢືນຢັນ​ພະລັງ​ຊີວິດ​ອັນ​​ແຮງ​ກ້າຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝຣັ່ງ ຊື່​ງ​ພິສູດເຫັນ​ວ່າ ປະຈຸ​ບັນ, ມີ 75 ປະ​ເທດ​ຢູ່​ພາກ​ພື້ນອາຊີ-​ປາຊີ​ຟິກ, ອາ​ຟຼິກກາ, ມະຫາ​ສະໝຸດ​ອິ​ນເດຍ, ​ເອີ​ລົບ, ທະວີບອາ​ເມ​ລິ​ກາ, ​ເຂດ​ກາຣີ​ເບ, ບັນດາ​ປະ​ເທດ​ອາຣັບ…. ​ນຳ​ໃຊ້​ພາສາ​ຝະລັ່ງ. ທ່ານ​ນາງ Anissa Barrak ກໍ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝຣັ່ງ. ທ່ານນາງເວົ້າວ່າ:

   “ດ້ວຍ​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ດ້ານ​ການ​ທູດ ​ແລະ ທີ່​ຕັ້ງບົດບາດ​ຂອງ​ຕົນ​ໃນ​ການ​ພົວພັນ​​ໃນ​ໂລກ, ຫວຽດນາມ​ ພວມ​ສວມ​ບົດບາດສຳຄັນ​ທີ່​ສຸດ ​ໃນ​ການ​ເພີ່ມ​ທະວີການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາ​ສະ​ຝຣັ່ງ​ໃນ​ພາກ​ພື້ນອາຊີ-​ປາຊີ​ຟິກ ​ແລະ ​ໃນ​ພາກ​ພື້ນ​ອື່ນໆ ​ໃນ​ກຸ່ມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝຣັ່ງ. ​ໃນ​ຖານະ​ເປັນ​ສະມາຊິກ​ສົມບູນ​ໃນ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກຸ່ມບັນດາ​ປະ​ເທດ​ໃຊ້​ພາສາ​ຝຣັ່ງນັ້ນ, ຫວຽດນາມ​ ພວມ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ສອງ​ອົງການ ພ້ອມ​ກັນ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ລວມ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາ​ຊາດ​“.

 

 

ຂ່າວ/ບົດ​ອື່ນ