ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອິນ​ເດຍ ຄົບ​ຮອບ 5 ປີ

(VOVWORLD) -ນະໂຍບາຍຂອງ ຫວຽດນາມ ຍາມໃດກໍຖືສາຍພົວພັນກັບ ອິນເດຍ ເປັນສຳຄັນ, ສະໜັບສະໜູນນະໂຍບາຍເຄື່ອນໄຫວມຸ່ງໄປທາງທິດຕາເວັນອອກຂອງ ອິນເດຍ ແລະ ສະໜັບສະໜູນ ອິນເດຍ ກາຍເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ ເມື່ອອົງການນີ້ຂະຫຍາຍສະມາຊິກ.
ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອິນ​ເດຍ ຄົບ​ຮອບ 5 ປີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີ

ວັນທີ 17 ທັນວາ, ຢູ່ສຳນັກງານສະພາພົວພັນຕ່າງປະເທດ ອິນເດຍ, ຢູ່ New Delhi, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຄົບຮອບ 5 ປີ. ໃນສູນທອນພົດກ່າວທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ນະໂຍບາຍຂອງ ຫວຽດນາມ ຍາມໃດກໍຖືສາຍພົວພັນກັບ ອິນເດຍ ເປັນສຳຄັນ, ສະໜັບສະໜູນນະໂຍບາຍເຄື່ອນໄຫວມຸ່ງໄປທາງທິດຕາເວັນອອກຂອງ ອິນເດຍ ແລະ ສະໜັບສະໜູນ ອິນເດຍ ກາຍເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ ເມື່ອອົງການນີ້ຂະຫຍາຍສະມາຊິກ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍສະເໜີສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດໂຄງການດຳເນີນງານ ໄລຍະ 2021 – 2023 ກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ວິໄສທັດລວມກ່ຽວກັບສັນຕິພາບ, ວັດທະນາຖາວອນ ແລະ ປະຊາຊົນທີ່ໄດ້ຮັບຮອງເອົາເມື່ອເດືອນທັນວາ ປີ 2020 ໃຫ້ເປັນຢ່າງດີ ເພື່ອເພີ່ມທະວີສາຍພົວພັນອັນດີງາມລະຫວ່າງສອງປະເທດໃນປັດຈຸບັນຢ່າງບໍ່ຢຸດຢັ້ງ.

        ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ດ້ວຍຫົວຂໍ້ “50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ” (7/1/1972 – 7/1/2022).


ຕອບກັບ

ຂ່າວ/ບົດ​ອື່ນ