ພິທີສະເຫລີມສະຫລອງ130ປີແຫ່ງວັນກຳມະກອນສາກົນ1/5

ພິທີສະເຫລີມສະຫລອງ130ປີແຫ່ງວັນກຳມະກອນສາກົນ1/5 - ảnh 1
ພິ​ທີ​ສະ​ຫລີມ​ສະ​ຫລອງ 130 ປີ​ແຫ່ງວັນ​ກຳ​ມະ​ກອນ​ສາ​ກົນ
ພາບ:laodong.com

 (vovworld)- ຕອນ​ຄ່ຳ​ວັນທີ 1/5 ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ໃຫຍ່ ແຮງ​ງານ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ຫລີມ​ສະ​ຫລອງ 130 ປີ​ແຫ່ງວັນ​ກຳ​ມະ​ກອນ​ສາ​ກົນ (1/5/1886-1/5/12016) ເພື່ອ​ທົບ​ທວນ​ຄືນ​ມູນ​ເຊື້ອ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່​ຫລວງ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປ​ະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາງ ເຈືອງ​ທິ​ມາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ຂົນ​ຂ​ວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ, ຄວາມ​ກ້າວ​ຫນ້າ​ຂອງ​ຂະ​ບວນ​ການ​ກຳ​ມະ​ກອນ, ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ຫວຽດ​ນາມ ແລະ ເນັ້​ນ​ຫນັກ​ວ່າ: ອົງ​ການ​ກຳ​ມະ​ບານ ຫວຽດ​ນາມ ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ຫນ້າ​ທີ່ກໍ່​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ໃຫ້​ສົມ​ກັບ​ກຳ​ລັງ​ຫລັກ​ແຫລ່ງ​ແກ່ນ​ສານ ນຳ​ຫນ້າ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

        “ຍົກ​ສູງ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ໃນ​ການ​ເຂົ້າ​ຮ່ວມ​ກັບ​ພັກ, ລັດ ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍທີ່​ກ່ຽວ​ຂ້ອງ​ເຖິງ​ຄົນ​ງານ​ໃຫ້​ສົມ​ບູນ​ແບບ, ປົກ​ປ້ອງ​ສິດ​, ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ໃຫ້​ແກ່​ຄົນ​ງານ. ພ້ອມ​ທັງ​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ປຸກ​ລະ​ດົມ, ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ລະ​ດົມ​ກຳ​ມະ​ກອນ, ລັດ​ຖະ​ກອນ, ຄົນ​ງານ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ປະ​ເທດ​ຊາດ, ນຳ​ຫນ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.”

ທີ່​ພິ​ທີ​ສະ​ຫລີມ​ສ​ະ​ຫລອງ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໄດ້​ເຊີດ​ຊູ 10 ຜະ​ລິດ​ຕະ​ພັນ “ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ພູມ​ປັນ​ຍາ​ແຮງ​ງານ​ຫວຽດ​ນາມ”. ນີ້​ແມ່ນ​ບັນ​ດາ​ຂໍ້​ລິ​ເລິ່​ມ​ໂດຍ​ບັນ​ດາ​ຄົນ​ງານ​ຫວຽດ​ນາມ​ປະ​ດ​ິດ​ສ້າງ​ໂດຍ​ກົງ, ມີ​ຜະ​ລິດ​ຕະ​ພັນ​ຫລາຍ​ຢ່າງ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ໂດຍ​ຫວຽດ​ນາມ​ຜະ​ລິດ, ສາ​ມາດ​ແທນ​ທີ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ