ພິທີສະເຫລີມສະຫລອງ70ປີແຫ່ງວັນປະທານໂຮ່ຈິມີນຢ້ຽມຢາມແຂວງແທງຮວາ ຄັ້ງທຳອິດ

ພິທີສະເຫລີມສະຫລອງ70ປີແຫ່ງວັນປະທານໂຮ່ຈິມີນຢ້ຽມຢາມແຂວງແທງຮວາ ຄັ້ງທຳອິດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)- ​​ຕອນ​ເຊົ້າ​ວັນ​ທີ 20/2 ຢູ່ ແຂວງ ແທງ​ຮ​ວາ, ຄະ​ນະ​ພັກ​ແຂວງ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ ແຂວງ ແທງ​ຮ​ວາ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມີນ ລົງ​ຢ້ຽມ​ຢາມ​ແຂວງ ແທງ​ຮ​ວາ ຄັ້ງ​ທຳ​ອິດ (20/2/1947-20/2/2017). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້​ນ​ຫນັກວ່າ: ປະ​ທານ​ໂຮ່​ຈິ​ມີນ ໄດ້​ສະ​ຫງວນ​ອາ​ລົມ​ຈິດ ພິ​ເສດ​ໃຫ້​ແກ່​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ ແທງ​ຮ​ວາ ຜ່ານ​ການ​ຢ້ຽມ​ຢາມ​ແຂວງ ເປັນ 4 ຄັ້ງ. ເຫດ​ການ​ສະ​ເຫລີມ​ສະ​ຫລອງນີ້ ກໍ​ແມ່ນ​ໂອ​ກາດ​ເພື່ອ​ທົບ​ທວນ​ຄືນ​ມູນ​ເຊື້ອ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ພັກ, ຂອງ​ຊາດ ກໍ​ຄື ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ ແທງ​ຮ​ວາ ຜ່ານນັ້ນ ປັບ​ປຸ​ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ໝັ້ນ​ແກ່ນ, ຄວາມ​ຕັດ​ສິນ​ໃຈ​ກໍ່​ສ້າງ​ແຂວງ ແທງ​ຮ​ວາ ກາຍ​ເປັນ​ແຂວງ​ແບບ​ຢ່າງ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ເນັ້ນ​ຫນັກ​ວ່າ:

        “ແຂວງ ແທງ​ຮ​ວາ ຄວນ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ, ບັນ​ດາ​ຂະ​ແຫນງ​ມີ​ທ່າ​ແຮງ, ຜະ​ລິດ​ຕະ​ພັນ​ມີ​ພູມ​ປັນ​ຍາ, ມູນ​ຄ່າ​ເພີ່ມ​ສູງ. ສືບ​ຕໍ່​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ດຶງ​ດູດ​ແຮງ​ງານ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຢູ່ ເຂດ​ຊົນ​ນະ​ບົດ, ເຂດ​ພູ​ດອຍ ເພື່ອ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ຫັນ​ປ່ຽນ​ອົງ​ປະ​ກອບ​ເສດ​ຖະ​ກິດ, ອົງ​ປະ​ກອບ​ຄົນ​ງານ.”

        ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກໍ​ສະ​ເຫນີ​ແຂວງ ແທງ​ຮ​ວາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ປະ​ກອບ​ສ່ວນ​ກໍ່​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.  


ຕອບກັບ

ຂ່າວ/ບົດ​ອື່ນ