ພິທີສະເໜີຕົວກຸ່ມແມ່ຍິງສະມາຊິກສະພາແຫ່ງຊາດຊຸດທີ14

ພິທີສະເໜີຕົວກຸ່ມແມ່ຍິງສະມາຊິກສະພາແຫ່ງຊາດຊຸດທີ14 - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ກ່າວ​ຄຳ​ເຫັນ​ທີ່​ການ​ສະ​ເໜີ​ຕົວ

(vovworld)-ໃນ​ຕອນ​ບ່າຍ ​ວັນ​ທີ 20/10, ທີ່​​ຫໍສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ພິ​ທີ​ ສະ​ເໜີ​ຕົວ​ກຸ່ມ​ແມ່​ຍິງ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14. ເຂົ້າ​ຮ່ວມ​ພິ​ທີ​ມີ​ ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ, ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ, ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຢີນ ພ້ອມ​ດ້ວຍ​ບັນ​ດາ ​ທ່ານ ຮອງ​ປະ​ທານ​ປະ​ເທດ, ທ່ານ ຮອງ​ປະ​ທ​ານ​ສະ​ພາສະ​ແຫ່ງ​ຊາດ, ​ບັນ​ດາ​ແມ່​ຍິງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ: ໃນ​ 2 ອາ​ຍຸ​ກາ​ນ​ຜ່ານ​ມາ, ກຸ່ມ​ແມ່​ຍິງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ  ໄດ້​ສ້າງ​ເວ​ທີປາ​​ຢ່າງແທ້​ຈິງ ​ເພື່ອໃຫ້​ບັນ​ດາ​ກຸ່ມແມ່​ຍິງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ໄດ​້ພົບ​ປະ, ແລ​ກ​ປ່ຽນ​ບົດ​ຮຽນ, ​ທັກ​ສະ​ນຳ​ກັນເພື່ອເຄື່ອນ​ໄຫວ​ໃຫ້​ດີກວ່າ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ ໃນ​ບົດ​ບາດ​ເປັນ​ຜູ້​ຕາງ​ໜ້າໃຫ້​ປະ​ຊາ​ຊົນ. ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ວ່າ: ກຸ່ມ​ແມ່​ຍິງ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈະ​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີຫຼາຍ​ຮູບຫຼາຍ​ແບບ, ມີ​ລັກ​ສະ​ນະ​ອາ​ຊີບສູງ, ສ້າງ​ເວ​ທີ​ປາ​ໄສ ເພື່ອ​ໃຫ້​ບັນ​ດາ​ແມ່​ຍິງ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ແລ​ກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​​ໃນການ​ເຄື່ອນ​ໄຫວ, ສ້າງ​ສຽງ​​ເວົ້າລວ​ມ​ຂອງ​ແມ່​ຍິງ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ IPU, AIPA, APF, APPF ສຳ​ລັບ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ ​ເຖິງ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ ຍິງ-ຊາຍ, ຍົກ​ສູງ​ຖາ​ນະ ບົດ​ບາດ​ ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

        ທີ່​ພິ​ທີ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ກຸ່ມ​ແມ່​ຍິງ​​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 14 ຈະ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ຄວາ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ສູ້​ຊົນ, ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກ, ສຳ​ເລັດ​ໜ້າ​ທີ່ບົດ​ບາດ​ ຂອງ​ຜູ້ຕາງ​ໜ້າປະ​ຊາ​ຊົນ, ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ໃຫຍ່ຫຼວງ ໃຫ້​ແກ່​ການ​ເຄື່ອນ​ໄຫວ ​ຂອງ​ສະ​ພາ​ແຫ່ງ​ຊາດ ກໍ່​ຄື​ວຽກ​ງານ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ ຍິງ-ຊາຍ.


ຂ່າວ/ບົດ​ອື່ນ