ພິທີສະເໜີຕົວຄະນະກຳມະການແຫ່ງຊາດAPEC2017

ພິທີສະເໜີຕົວຄະນະກຳມະການແຫ່ງຊາດAPEC2017 - ảnh 1
(ພາບປະກອບ)

(vovworld) - ພິທີ​ສະ​ເໜີ​ຕົວ​ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017 ​ແລະ​ ກອງ​ປະຊຸມ​ຄົບ​ຄະນະຄັ້ງ​​ທຳ​ອິດຂອງຄະນະ​ກຳມະການ​ແຫ່ງ​ຊາດ APEC 2017 ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 21/7 ຢູ່​ສຳນັກງານ​ລັດຖະບານ. ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017, ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເປັນ​ປະທານ. ບັນດາ​ສະ​ມາ​ຊິກ​ຂອງ ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017 ລວມມີ 25 ທ່ານ, ​ເຊິ່ງ​ແມ່ນ​ການ​ນຳ​ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ ​ແລະ ນະຄອນ ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ກະກຽມ​ໃຫ້​ປີ APEC 2017 ​ໂດຍ​ກົງ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ ​ເລື່ອງ​ເປັນ​ເຈົ້າພາບຈັດ​ຕັ້ງປີ APEC 2017 ​ແມ່ນ​ບາດກ້າວ​ໃໝ່​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ຍົກ​ລະດັບ​ການພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ໂຄສະ​ມາ​ຮູບ​ພາບ​ຂອງ​ປະ​ເທ​ດຊາດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ຂອງ​ຫວຽດນາມ ​ກັບ​ບັນດາ​ສະມາຊິກ APEC, ​ໃນ​ນັ້ນ​ມີ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ​ແລະ ບັນດາ​ຄູ່​ຮ່ວມ​ມື FTA ຂອງ​ຫວຽດນາມ.

ພາຍຫຼັງ​ພິທີ​ສະ​ເໜີ​ຕົວ, ທ່ານປະທານຄະນະ​ກຳມະການ​ແຫ່ງ​ຊາດ APEC 2017, ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ຈຸດ​ສຸມ​ໃຫຍ່, ​ແຜນການ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ໃນ​ປີ 2015 ​ແລະ ວຽກ​ງານ​ກະກຽມ​ໃຫ້​ປີ APEC ຫວຽດນາມ 2017.

ຂ່າວ/ບົດ​ອື່ນ