ພິທີສະເໜີຕົວຄະນະຈັດຕັ້ງຮ່ວມງານບຸນວັດທະນະທຳໂລກນະຄອນ ໂຮ່ຈີມິນ -Gyeongju 2017

ພິທີສະເໜີຕົວຄະນະຈັດຕັ້ງຮ່ວມງານບຸນວັດທະນະທຳໂລກນະຄອນ ໂຮ່ຈີມິນ -Gyeongju 2017 - ảnh 1
ພິທີສະເໜີຕົວຄະນະຈັດຕັ້ງຮ່ວມງານບຸນວັດທະນະທຳໂລກນະຄອນ ໂຮ່ຈີມິນ -Gyeongju 2017

(vovworld) – ​ຕອນ​ບ່າຍ​ວັນ​ທີ 21/2, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ແລະ ອຳ​ນາດ​ການ​ປົກ​ຄອງ​ແຂວງ Gyeongsanbuk – Do- (ສ. ເກົາຫຼີ), ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເໜີ​ຕົວ​ຄະ​ນະ​ຈັດ​ຕັ້ງ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລ​ກ ນະ​ຄອນ ໂຮ່​ຈີ​ມິນ - Gyeongju 2017. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ ຫວຽດ​ນາມ ແລະ ສ. ເກົາຫຼີ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນະ​ຄອນ ໂຮ່​ຈີ​ມິນ ແນະ​ນຳ​ພາບ​ພົດ​ຂອງ​ນະ​ຄອນ​ສີ​ວິ​ໄລ, ທັນ​ສະ​ໄໝ, ນ້ຳ​ໃຈ​ອົບ​ອຸ່ນ​ເຖິງ​ເພື່ອນ​ມິດ​ສາ​ກົນ, ພ້ອມ​​ກັນ​ນັ້ນ, ຜ່ານ​ງານ​ບຸນ​ດັ່ງ​ກ່າວ, ປະ​ຊາ​ຊົນ ຫວຽດ​ນາມ ​ຈະຮູ້​ຈັກ​ເຖິງ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ນັບ​ພັນ​ປີ​ຂອງດິນ​ແດນ Gyeongju. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ແທ່ງ​​ຟ​ອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ຢັ້ງ​ຢືນ​ວ່າ: ການ​ນຳ​ນະ​ຄອນ​ຈະ​ສ້າງ​ທຸກໆ​ເງື່ອນ​ໄຂ​ເພື່ອ​ຈັດ​ຕັ້ງ​ງານ​ບຸນ​ໃນ​ປີນີ້​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ, ຜ່ານນັ້ນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ກ່​ວາ​ອີກ, ​ນຳການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ສ. ເກົາຫຼີ ຂຶ້​ນ​ສູ່​ລະ​ດັ​ບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ