ພິທີສະເໜີຕົວສະພາວິທະຍາສາດບັນດາອົງການພັກສູນກາງອາຍຸການ 2016 - 2021

ພິທີສະເໜີຕົວສະພາວິທະຍາສາດບັນດາອົງການພັກສູນກາງອາຍຸການ 2016 - 2021 - ảnh 1
(ພາບປະກອບ / TTXVN)

(vovworld) - ວັນ​ທີ 17/02, ຢູ່ ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຈັດ​ຕັ້ງ​ພີ​ທີ​ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ສະພາ​ວິທະຍາສາດ​ບັນດາ​ອົງການ​ພັກ​ສູນ​ກາງ​ອາຍຸ​ການ 2016 – 2021 ​ແລະ ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ງານ​ປີ 2017. ທ່ານ ຟ້າ​ມມີ​ງຈິງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ສະພາ​ວິທະຍາສາດ​ຄະນະ​ຈັດ​ຕັ້ງ​ສູນ​ກາງ; ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​​ໄດ້​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫວໍ​ວັນ​ເຖືອ​ງ ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເນັ້ນ​ໜັກ​ວ່າ ​ໃນ​ອາຍຸ​ການ 2016 – 2021, ສະພາ​ວິທະຍາສາດ​ບັນດາ​ອົງການ​ພັກ​ສູນ​ກາງ ​ແລະ ບັນດາ​ສະພາ​ວິທະຍາສາດ​ຂັ້ນ​ຮາກ​ຖານ ຄວນ​ປ່ຽນ​ໃໝ່​ເນື້ອ​ໃນ, ວິທີ​ການ​ເຄື່ອນ​ໄຫວ​ຢ່າງ​ແຮງ. ກ່ອນ​ອື່ນໝົດ, ສະພາ​ຄວນ​ປ່ຽນ​ໃໝ່​ເລື່ອງ​ກຳນົດ​ທິດ​ຄົ້ນຄວ້າ​ວິທະຍາສາດ, ທິດ​ທາງ​ຄົ້ນຄວ້າ​ວິທະຍາສາດ​ຮັບ​ໃຊ້ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ອົງການ​ພັກ​ສູນ​ກາງ​ໂດຍ​ກົງ​ກ່ວາ​ອີກ, ​ແທດ​ຈິງ​ກ່ວາ​ອີກ, ຮັບ​ໃຊ້​ບັນດາ​ແຜນ​ຮ່າງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ​ທີ່​ໄດ້ມອບ​ໝາຍ​ໃຫ້​ບັນດາ​ອົງການ​ພັກ​ສູນ​ກາງ​ຢ່າງ​ແທດ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ