ພິທີສະໜັບສະໜູນ ວັນຄວາມຜາສຸກສາກົນ

ພິທີສະໜັບສະໜູນ ວັນຄວາມຜາສຸກສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະ ມົນຕີ ຫວູດຶກ​ດາມ
ເຂົ້າຮ່ວມພິທີສະໜັບສະໜູນ​ວັນ​ຄວາມ​ຜາ​ສຸກ​ສາກົນ
(ພາບ: langvietonline.vn)


(vovworld) - ພິທີ ສະໜັບສະໜູນ​ວັນ​ຄວາມ​ຜາ​ສຸກ​ສາກົນດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/3 ຢູ່​ຮ່າ​ໂນ້ຍ, ດ້ວຍ​ສານ​ທີ່​ວ່າ: ”ຮັກ​ແພງ ​ແລະ ​ແບ່ງປັນ​ເຊິ່ງກັນ ​ແລະ ກັນ”. ຈຸດປະສົງ​ຂອງ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ໂອກາດ​ວັນ​ຄວາມ​ຜາ​ສຸກ​ສາກົນ ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ຄອບຄົວ ​ແລະ ທັງ​ສັງຄົມ ກ່ຽວ​ກັບ​ການ​ກໍ່ສ້າງ​ຄອບຄົວ, ປະຊາ​ຄົມ​ທີ່​ມີ​ຄວາມ​ຜາ​ສຸກ. ກ່າວ​ຄຳ​ເຫັນ​ທີ່ພິທີ ສະໜັບສະໜູນ​ວັນ​ຄວາມ​ຜາ​ສຸກ​ສາກົນ, ທ່ານ​ຮອງ​ນາຍົກລັດຖະ ມົນຕີ ຫວູດຶກ​ດາມ ຮຽກຮ້ອງ​ປະຊາ​ຄົມ​ພ້ອມ​ກັນ​ແບ່ງປັນ​ອາລົມ​ຈິດ, ຄວາມ​ຮັກ​​ແພງກັບ​ຍາດຕິ​ພີ່ນ້ອງ.  ​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ​ເນັ້ນ​ໜັກ​ວ່າ:

        ”​ເພື່ອ​ເຮັດ​ໃຫ້ວັນ​ຄວາມສຸກ​ສາກົນ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ​ແລະ ສູງ​ສົ່ງ, ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ, ຕັດສິນ​ໃຈ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ມີ​ໄຊ, ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶກ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ທີ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ…ຈົ່ງ​ພ້ອມ​ກັນ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ປະຊາຊົນໃນ​ປະ​ເທດ​ດຽວ​ຕ້ອງ​ມີ​ຄວາມຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ”.

ຂ່າວ/ບົດ​ອື່ນ