ພິ​ທີອັດ Olympic Paris 2024

(VOVWORLD) - ດ້ວຍຫົວຂໍ້ Records, ຄະນະຈັດຕັ້ງຢາກສ່ອງແສງຈິດໃຈ Olympic ແລະ ສະແດງຂໍ້ລິເລີ່ມທີ່ວ່າ “ທຸກໆຄົນລ້ວນແຕ່ດຳລົງຊີວິດໃນໂລກສະເພາະຂອງຕົນ, ແບ່ງປັນສິ່ງນັ້ນເພື່ອເຊື່ອມຕໍ່ຄືນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ທັງຫວນຄືນອະດີດຕະການ ທັງມຸ່ງໄປສູ່ອະນາຄົດ”.
ພິ​ທີອັດ Olympic Paris 2024 - ảnh 1ນັກກິລາ ອາເມລິກາ (ພາບ: THX/TTXVN)

ພາຍຫຼັງແຂ່ງຂັນມາເປັນເວລາກ່ວາ 2 ອາທິດ, ຕອນຄ່ຳວັນທີ 11 ສິງຫາ, ພິທີອັດງານມະຫາກຳກິລາ Olympic Paris 2024 ດ້ວຍຫົວຂໍ້ “ບັນດາສະຖິຕິໃໝ່” (Records) ໄດ້ດຳເນີນດ້ວຍຂອບຂະໜາດໃຫຍ່ຢູ່ສະໜາມກິລາ Stade de France ຢູ່ຊານນະຄອນຫຼວງ ປາຣີ, ຝລັ່ງ. ໝາກຜົນສຸດທ້າຍ ຄະນະນັກກິລາ ອາເມລິກາ ຢືນຢູ່ອັນດັບທີ 1.

ພິທີອັດ ງານມະຫາກຳກິລາ Olympic Paris 2024 ໄດ້ເລີ່ມແຕ່ 21 ໂມງ (ຕາມເວລາທ້ອງຖິ່ນ), ກົງກັບເວລາ 2ໂມງເຊົ້າຂອງວັນທີ 12 ສິງຫາ. ດ້ວຍຫົວຂໍ້ Records, ຄະນະຈັດຕັ້ງຢາກສ່ອງແສງຈິດໃຈ Olympic ແລະ ສະແດງຂໍ້ລິເລີ່ມທີ່ວ່າ “ທຸກໆຄົນລ້ວນແຕ່ດຳລົງຊີວິດໃນໂລກສະເພາະຂອງຕົນ, ແບ່ງປັນສິ່ງນັ້ນເພື່ອເຊື່ອມຕໍ່ຄືນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ທັງຫວນຄືນອະດີດຕະການ ທັງມຸ່ງໄປສູ່ອະນາຄົດ”.

ຢູ່ Olympic Paris 2024, ຄະນະນັກກິລາ ອາເມລິກາ ຄ້ວາໄດ້ຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 44 ຫຼຽນ, ຫຼຽນທອງ 42 ຫຼຽນ ຢືນຢູ່ອັນດັບທີ 1 ໃນທົ່ວຄະນະ. ໃນຂະນະນັ້ນ, ຈີນດ້ວຍ ຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 27 ຫຼຽນ, ຫຼຽນທອງ 24 ຫຼຽນ ຢືນຢູ່ອັນດັບທີ 2. ຍີ່ປຸ່ນ ດ້ວຍ ຫຼຽນຄຳ 20 ຫຼຽນ, ຫຼຽນເງິນ 12 ຫຼຽນ, ຫຼຽນທອງ 13 ຫຼຽນ ຢືນຢູ່ອັນດັບທີ 3. ອົດສະຕາລີ ຢືນອັນດັບທີ 4 ແລະ ປະເທດເຈົ້າພາບ ຝລັ່ງ ຢືນອັນດັບທີ 5.

ຕອບກັບ

ຂ່າວ/ບົດ​ອື່ນ