ພິທີອັດງານບຸນ Festival Hue 2012

ພິທີອັດງານບຸນ Festival Hue 2012 - ảnh 1

(ພາບ:baothuathienhue.vn)

( vovworld ) –  ຕອນ​ຄ່ຳ​ວັນ​ທີ 15/4, ​ໄດ້​ຈັດ​ພິທິອັດ​ງານ​ບຸນ Festival Hue 2012 ຢູ່​ແຂວງ Thua Thien Hue. ພາຍຫຼັງ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ມາ​ເປັນ​ເວລາ 9 ວັນ,  ດ້ວຍ​ຫົວ​ຂໍ້​ທີ່​ວ່າ: “ມໍລະດົກ​ວັດທະນະທຳ ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ຈຸດ​ນັດ​ພົບ​ຂອງ​ບັນດາ​ນະຄອນ​ແຫ່ງ​ປະຫວັດສາດ“ ນັ້ນ, Festival Hue 2012 ​ໄດ້​ກາຍ​ເປັນ​ງານ​ບຸນ​ວັດທະນະທຳ-​ການທ່ອງທ່ຽວ​ສາກົນ, ​ແມ່ນ​ເຫດການ​ວັດທະນະທຳ​ສິລະ​ປະ​ດີ​ເດັ່ນ, ທີ່​ເຂັ້ມຕຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ. Festival Hue 2012 ມີ​ການ​ເຂົ້າຮ່ວມຂອງ​ກ່ວາ 65 ຄະນະ​ສິລະ​ປະກອນ​ທີ່​ມາ​ຈາກ 28 ປະ​ເທດ, ​​ເຂດແຄ້ວ​ນຂອງ 5 ທະວີບ ​ແລະ ບັນດາ​ເຂດ​ພາກ​ຂອງ ຫວຽດນາມ. ນັກ​ສິລະ​ປິນ, ນັກສະ​ແດງກ່ວາ 3000 ຄົນ​​ໄດ້ສະ​ແດງ​ບັນດາ​ລາຍການ​ສິລະ​ປະ​ພິ​ເສດ​ທີ່​ເປັນ​ເອກະລັກ​ສະ​ເພາະ,​ ດູດ​ດືມ​ໃຈ ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ, ບັນດາ​ງານ​ບຸນ​ວັດທະນະທຳ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ, ດູ​ດດືມ​ໃຈ​ຜູ້​ຊົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ງານ​ບຸນ Festival Hue 2012, ທ່ານ Ngo Hoa ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Thua Thien Hue, ຫົວໜ້າ​ຄະນະ​ຈັດຕັ້ງງານ​ບຸນ Festival Hue 2012 ​ເນັ້ນໜັກ​ວ່າ: Festival Hue 2012 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ:

  “ການສະ​ແດງ​ຂອງ​ບັນດາ​ຄະນະ​ສິລະປະກອນ ລ້ວນ​ແຕ່​ໄດ້​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ… ສະ​ແດງ​ໃຫ້​ເຫັນ​ນນ້ຳ​ໃຈ​​ແຫ່ງ​ການພົບ​ປະ​ແລກປ່ຽນ, ສາມັກຄີ, ​ເຊື່​ອມ​ໂຍງ ​ແລະ ພັດທະນາ, ນຳ​ມາ​ເຊີ່ງ​ໂສມ​ໜ້າ​ໃໝ່, ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ນະຄອນ Hue. Festival ຄັ້ງນີ້​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ Festival ທີ່​ເປັນມູນ​ເຊື້ອ, ທັນ​ສະ​ໄໝ, ປະ​ທັບ​ໃຈ, ປອດ​ໄພ ​ແລະ​ ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ

ພິທີອັດງານບຸນ Festival Hue 2012 - ảnh 2

ສະ​ແດງ​ສິລະ​ປະ​ທີ່​ພິທິອັດ Festival Hue 2012

(ພາບ:vnexpress.net)

   Festival Hue 2012 ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ກ່ວາ 2 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນມີ 180.000 ຄົນ​ພັກ​ເຊົາ​ຢູ່​ໂຮງ​ແຮມ, ​ເຮືອກພັກ ດ້ວຍ​ແຂກ​ຕ່າງປະ​ເທດ 80.000 ຄົນ, ​ເພີ່ມ​ຂື້ນ​ເກືອບ 63% ​ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011. ຕີ​ລາຄາ​ກ່ຽວ​ກັບ​ງານ​ບຸນ Festival ຄັ້ງນີ້, ທ່ານ Jorge Rodon Uzcategui ​ເອກ​ອັກຄະ​ລັດຖະທູດ Venezuela ປະຈຳ ຫວຽດນາມ ຖື​ວ່າ:

    “ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ຍ້ອນ​ວ່າ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າກໍ​ຄື​ຄະນະ​ສິລະ​ປະກອນ​ຂອງ​ປະ​ເທດ​ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ງານ​ບຸນ Festival ຢູ່​ຫວຽດນາມ. ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​​ແມ່ນ​ເພື່ອນ​ມິດຂອງ ຫວຽດນາມ ​ແລະ​ ຖື​ວ່າ ​ແມ່ນ​ສະມາຊິກ​ໃນ​ຄອບຄົວ​ດຽວ​ກັນ“.

 


ຂ່າວ/ບົດ​ອື່ນ