ພິທີອັດງານບຸນ Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018

(VOVWORLD) -17 ລາຍການສະແດງສິລະປະຟ້ອນ, ຂັບລໍາທໍາເພງ ແລະ ການສະແດງຕີຄ້ອງ ໂດຍບັນດານັກຮ້ອງ ພ້ອມກັບນັກຮຽນ ແລະ ບັນດາຄະນະນັກສິລະປະການ ເຂົ້າຮ່ວມ ງານບຸນ Festival ຄັ້ງນີ້ ສະແດງ ເພື່ອແນໃສ່ເຊີດຊູບັນຍາກາດວັດທະນະທໍາ ຄ້ອງ ໄຕງວຽນ.

ຕອນຄໍ່າວັນທີ 2 ທັນວາ, ຢູ່ນະຄອນ Pleiku, ແຂວງ ຢາລາຍຂອງຫວຽດນາມ ໄດ້ດໍາເນີນພິທີອັດງານບຸນ Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018. ຈຸດພົ້ນເດັ່ນຂອງພິທີອັດ ແມ່ນລາຍການສະແດງສິລະປະ ທີ່ຫຼາຍຮູບຫຼາຍສີ ໃນບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະຂອງ ເຂດໄຕງວຽນ. ດ້ວຍ 17 ລາຍການສະແດງສິລະປະຟ້ອນ, ຂັບລໍາທໍາເພງ ແລະ ການສະແດງຕີຄ້ອງ ໂດຍບັນດານັກຮ້ອງ ພ້ອມກັບນັກຮຽນ ແລະ ບັນດາຄະນະນັກສິລະປະການ ເຂົ້າຮ່ວມ ງານບຸນ Festival ຄັ້ງນີ້ ສະແດງ ເພື່ອແນໃສ່ເຊີດຊູບັນຍາກາດວັດທະນະທໍາ ຄ້ອງ ໄຕງວຽນ.

ພິທີອັດງານບຸນ Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018 - ảnh 1 ງານບຸນຢູ່ທ້ອງຖະໜົນ (ພາບ: TTXVN)

Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018 ຖືກດໍາເນີນແຕ່ວັນທີ 30 ພະຈິກ - 02 ທັນວາ, ເຊິ່ງໄດ້ເຕົ້າໂຮມນັກສິລະປະການກວ່າ 1.000 ຄົນ ທີ່ມາຈາກ 5 ແຂວງເຂດໄຕງວຽນ ເຂົ້າຮ່ວມ. ບັນດາການເຄື່ອນໄຫວທີ່ພົ້ນເດັ່ນຢູ່ Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018 ລວມມີ: ງານບຸນຢູ່ທ້ອງຖະໜົນ; ຟື້ນຟູ ແລະ ຈັດງານບຸນຕ່າງໆ ທີ່ເປັນປະເພນີຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເຂດໄຕງວຽນຄືນ; ກອງປະຊຸມສໍາມະນາ ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ ບັນຍາກາດວັດທະນະທໍາ ຄ້ອງ ໄຕງວຽນ;  ອາຫານການກິນ ຂອງເຂດໄຕງວຽນ.

        ເນື່ອງໃນໂອກາດນີ້, ຄະນະກໍາມະການປະຊາຊົນແຂວງ ຢາລາຍ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ 67 ໝູ່ຄະນະ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສໍາເລັດຂອງງານບຸນ Festival ວັດທະນະທໍາ ຄ້ອງ ໄຕງວຽນ 2018.


ຕອບກັບ

ຂ່າວ/ບົດ​ອື່ນ