ພິທີອັດງານມະຫາກຳກິລາ ໂອແລັມປິກ ໄວໜຸ່ມ 2018: ຄວາມຄາດຫວັງໃນອະນາຄົດ

(VOVWORLD) -ພາຍຫຼັງ 12 ມື້ການແຂ່ງຂັນຢ່າງຟົດຟື້ນ ເປັນເວລາ 12 ມື້ ຂອງຄະນະນັກກິລາ ໂອແລັມປິກໄວໜຸ່ມ ຄັ້ງທີ 3 (YOG3) ໄດ້ສິ້ນສຸດລົງຢ່າງເປັນທາງການ ດ້ວຍພິທີທີ່ເຕັມໄປດ້ວຍສີສັນ ໃນວັນທີ 18 ຕຸລາ ທີ່ນະຄອນຫຼວງ Buenos Aires ປະເທດອັກຊັງຕິນ.

ໃນບົດກ່າວຄຳເຫັນອັດພິທີ, ທ່ານປະທານຄະນະກຳມະການ ໂອແລັມປິກ ສາກົນ (IOC) Thomas Bach ໄດ້ຍ້ອງຍໍວຽກງານຈັດຕັ້ງ ກໍ່ຄືບັນຍາກາດໃນການແຂ່ງຂັນກິລາຢູ່ ອັກຊັງຕິນ ໃນຕະຫຼອດຊຸມວັນຜ່ານມາ ໄດ້ຜ່ານຜ່າທຸກຄວາມຄາດຫັວງ. ທ່ານ Bach ກໍ່ສະແດງຄວາມຂອບໃຈຕໍ່ປະຊາຊົນ Buenos Aires ຍາມໃດກໍ່ຮ່ວມເດີນທາງໄປກັບບັນດານັກກິລາ, ສະແດງອອກເຖິງຄວາມຮັກທີ່ມີຕໍ່ກິລາ.

YOG3 ດຶງດູດນັກກິລາເຂົ້າຮ່ວມກ່ວາ 4.000 ຄົນ ທີ່ມາຈາກ 206 ປະເທດ ແລະ ເຂດແຄ້ວນ. ນີ້້ຖືວ່າເປັນເຫດການກິລາໃຫຍ່ຂະໜາດທີ່ສຸດໃນໂລກ ທີ່ສະຫງວນໃຫ້ແກ່ ໄວໜຸ່ມ, ເຕົ້າໂຮມເອົານັກກິລາດີເດັ່ນທີ່ສຸດໃນໂລກ ທີ່ຢູ່ໃນເກນອາຍຸແຕ່ 14 -18 ປີ. ສຳລັບຄະນະນັກກິລາ ຫວຽດນາມ, YOG3 ແມ່ນງານມະຫາກຳກິລາທີ່ປະສົບຜົນສຳເລັດທີ່ສຸດ ພາຍຫຼັງ ເຂົ້າຮ່ວມແຂ່ງຂັນມາສາມເທື່ອ. ມີນັກກິລາພຽງແຕ່ 13 ຄົນ ເຂົ້າຮ່ວມແຂ່ງຂັນໃນ 7 ປະເພດກິລາ, ເຊິ່ງບັນດານັກກິລາໜຸ່ມ ຫວຽດນາມ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, ຢືນຢູ່ອັບດັບທີ 26 ໃນຕາຕາລາງຈັດອັນດັບ.

ຕອບກັບ

ຂ່າວ/ບົດ​ອື່ນ