ພິ​ທີ​ອັດ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV

(VOVWORLD) -ຕອນຄ່ຳວັນທີ 27 ມິຖຸນາ, ຢູ່ແຂວງດົງທາບ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XIV – 2020 ດ້ວຍຫົວຂໍ້ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບແບບ”, ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງດົງທາບຈັດຕັ້ງຂຶ້ນໄດ້ອັດລົງ.
ພິ​ທີ​ອັດ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV - ảnh 1ພິທີອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XIV  

ເຂົ້າຮ່ວມພິທີອັດມີທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມ, ການນຳວິທະຍຸກະຈາຍສຽງຫວຽດນາມ, ການນຳບັນດາກະຊວງ, ຂະແໜງການສູນກາງ, ບັນດາແຂວງ, ນະຄອນ ພ້ອມກັບຖັນແຖວພະນັກງານ, ບັນນາທິການ, ນັກເຕັກນິກ ຂອງບັນດາສະຖານີວິທະຍຸກະຈາຍສຽງ - ໂທລະພາບຕ່າງໆໃນທົ່ວປະເທດ.

    ງານມະໂຫລານກະຈາຍສຽງປີ 2020 ມີຫົວຂໍ້ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບແບບ” ຕິດພັນກັບວັນກະຈາຍສຽງໂລກປີນີ້ມີການປ່ຽນແປງໃໝ່, ມີຫຼາຍຮູບແບບກ່ຽວກັບຫົວຂໍ້, ເປົ້າໝາຍທ່ານຜູ້ຟັງ, ບັນດາລາຍການກະຈາຍສຽງຊະນິດຕ່າງໆ ແລະ ນັບທັງແຫຼ່ງຂໍ້ມູນຂ່າວສານເພື່ອແນໃສ່ພັດທະນາຂະແໜງກະຈາຍສຽງຢ່າງຮອບດ້ານໃນສະໄໝໃໝ່…

    ຄະນະຈັດຕັ້ງໄດ້ມອບທຸງໃຫ້ແກ່ສະຖານີວິທະຍຸກະຈາຍສຽງປະຊາຊົນນະຄອນໂຮ່ຈີມິນ - ຫົວໜ່ວຍເຈົ້າພາບຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ