ພິທີອັດງານແຂ່ງຂັນ Futsal HB Bank Cup ແຫ່ງຊາດ ປີ 2018

(VOVWORLD) - ານແຂ່ງຂັນ Futsal HBBank Cup ແຫ່ງຊາດໂດຍ ສະຫະພັນບານເຕະ ຫວຽດນາມ ໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ, ຕິດພັນກັບເຄື່ອງໝາຍການຄ້າທະນາຄານ HDBank ຈັດຕັ້ງ
ພິທີອັດງານແຂ່ງຂັນ Futsal HB Bank Cup ແຫ່ງຊາດ ປີ 2018 - ảnh 1 ພິທີອັດງານແຂ່ງຂັນໄດ້ຮັບການຈັດຕັ້ງຢູ່ ກວາງນີງ ໃນຕອນຄ່ຳວັນທີ 27/11

ວັນທີ 27 ພະຈິກ, ງານແຂ່ງຂັນ Futsal HBBank Cup ແຫ່ງຊາດໂດຍ ສະຫະພັນບານເຕະ ຫວຽດນາມ ໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ, ຕິດພັນກັບເຄື່ອງໝາຍການຄ້າທະນາຄານ HDBank ຈັດຕັ້ງ, ໄດ້ອັດລົງຢ່າງເປັນທາງການຢູ່ໂຮງແຂ່ງຂັນກິລາປະສົມແຂວງ ກວາງນີງ, ໃນຕອນຄ່ຳວັນທີ 27 ພະຈິກ.

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ເຈິ່ນມິງຮູ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV), ທັງເປັນຫົວໜ້າຄະນະຊີ້ນຳ Futsal ແຫ່ງຊາດ 2018 ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, VOV ຈະສືບຕໍ່ຮ່ວມເດີນທາງພ້ອມກັບກິລາຂອງປະເທດຊາດ:

        “ຜ່ານບັນດາການເຄື່ອນໄຫວນີ້, VOV ຢາກຝາກເຖິງຜູ້ຊົມໃນທົ່ວປະເທດ, ດ້ວຍນ້ຳໃຈຄວາມຮັບຜິດຊອບສູງສຸດເພື່ອໂຄສະນາ, ລະດົມກຳລັງໃຈ, ສົ່ງເສີມກິລາ Futsal, ເຮັດແນວໃດເພື່ອໃຫ້ Futsal ໄປຮອດໄປເຖິງແຟນຄັບໃນທົ່ວປະເທດ. ໃນໄລຍະຈະມາເຖິງ, VOV ຄົ້ນຄ້ວາເພື່ອຈັດຕັ້ງງານແຂ່ງຂັນກິລາບາງປະເພດຄື ລອຍນ້ຳ, ເທັນນິດ… ເຮັດແນວໃດເພື່ອປະກອບສ່ວນກັບອົງການສື່ມວນຊົນ, ອົງການຄຸ້ມຄອງຂອງລັດ ເພື່ອນຳກິລາໄປຮອດໄປເຖິງປະຊາຊົນໃນທົ່ວປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ