ພິທີອັດເວທີປາໄສປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 1

(VOVWORLD) -ພາຍຫຼັງການປຶກສາຫາລືຢ່າງຟົດຟື້ນ ມາເປັນເວລາສອງວັນ, ຕອນເຊົ້າວັນທີ 29 ພະຈິກ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ປີ 2018, ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງຂຶ້ນ ໄດ້ອັດລົງທີ່ນະຄອນດ່າໜັງ.

ພິທີອັດເວທີປາໄສປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 1 - ảnh 1 ບັນດາຜູ້ແທນເຂົ້າຮ່ວມ ແລະ ປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຖ່າຍຮູບເປັນທີ່ລະນຶກ (ພາບ: tuoitre.vn)

ທີ່ພິທີອັດ, ຫົວໜ້າກຸ່ມຕ່າງໆ ໄດ້ລາຍງານຜົນຂອງການປຶກສາຫາລື, ຂໍ້ສະເໜີແນະ ແລະ ຂໍ້ສະເໜີຂອງບັນດາປັນຍາຊົນໜຸ່ມ ຜ່ານ 03 ຫົວຂໍ້ຕົ້ນຕໍ ຄື: ຊຸກຍູ້ລະບົບເຕັກໂນໂລຢີສູງ (STEM) ເພື່ອກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນການພັດທະນາການປະຕິວັດອຸດສາຫະກໍາ 4.0; ໜູນໃຊ້ເຕັກໂນໂລຢີ 4.0 ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການຜະລິດ, ດໍາເນີນທຸລະກິດ.

        ກ່າວຄໍາເຫັນທີ່ພິທີອັດ, ທ່ານເລກວັກຟອງ, ເລຂາທີ່ໜຶ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວມາເປັນເວລາ 02 ວັນ, ເວທີປາໄສປັນຍາຊົນໜຸ່ມຫວຽດນາມ ໄດ້ເປີດກາລະໂອກາດໃໝ່ໃຫ້ແກ່ບັນດາເພື່ອນໜຸ່ມ. ທ່ານເລກວັກຟອງ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກ ແລະ ສວມບົດບາດເປັນຂົວເຊື່ອມຕໍ່ທີ່ດີ ເພື່ອໃຫ້ປັນຍາຊົນໜຸ່ມຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ມີເງື່ອນໄຂໄດ້ຮ່ວມສໍາພັນ, ພົບປະແລກປ່ຽນ ແລະ ແບ່ງປັນຄວາມຮູ້ ກໍຄື ບົດຮຽນ ນໍາກັນ.

        ທີ່ເວທີປາໄສ, ບັນດາປັນຍາຊົນໜຸ່ມ ໄດ້ເຫັນດີເປັນເອກະພາບກ່ຽວກັບກົນໄກເຄື່ອນໄຫວຂອງເວທີປາໄສ ແລະ ເປີດຕົວເຄືອຂ່າຍເຊື່ອມຕໍ່ປັນຍາຊົນໜຸ່ມຫວຽດນາມທົ່ວໂລກ.

ທູຮັ່ງ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ