ພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸາສູງອາໄສຢູ່ ລາວ

(VOVWORLD) - ຕອນບ່າຍວັນທີ 25 ມີນາ, ທີ່ວັດ ເຟີດຕີກ ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸສູງອາໄສຢູ່ບໍລິເວນນະຄອນຫລວງ ວຽງຈັນ. ການເຄື່ອນໄຫວດັ່ງກ່າວ ໂດຍວັດ ເຟີດຕີກ ວຽງຈັນ ແລະ ສະມາຄົມຊາວ ຫວຽດນາມ ທາດຫລວງ ວຽງຈັນ ສົມທົບກັນຈັດຕັ້ງຄັ້ງທຳອິດ.
ພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸາສູງອາໄສຢູ່ ລາວ - ảnh 1ພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸາສູງອາໄສຢູ່ ລາວ 

ໂດຍເປັນກຽດເຂົ້າຮ່ວມພິທີອວຍພອນດັ່ງກ່າວ. ມີຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລາວ. ຜູ້ຕາງໜ້າສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ, ສະມາຊິກສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫລວງ ວຽງຈັນ ແລະ ບັນດາວິສາຫະກິດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍພໍ່ແມ່ປະຊາຊົນໃນບໍລິເວນນະຄອນຫລວງ ວຽງຈັນ ເປັນຈຳນວນຫລວງຫລາຍ. ໃນພິທີດັ່ງກ່າວ ມີຜູ້ອາຍຸສູງແຕ່ 70 ປີຂຶ້ນໄປ 74 ຄົນໄດ້ຮັບການອວຍພອນ.

ພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸາສູງອາໄສຢູ່ ລາວ - ảnh 2 ພິທີອວຍພອນຊາວ ຫວຽດນາມ ຜູ້ມີອາຍຸາສູງອາໄສຢູ່ ລາວ

        ກ່າວຄຳເຫັນນະທີ່ນີ້, ທ່ານ ບູຍຈີ໋ແມ້ງ, ຜູ້ຕາງໜ້າຄະນະຮັບຜິດຊອບວຽກງານປະຊາຄົມ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຕີລາຄາສູງບັນດາການອຸທິດສ່ວນ, ເຫື່ອແຮງຂອງຜູ້ອາຍຸສູງຕໍ່ 2 ປະເທດ ຫວຽດນາມ ແລະ ລາວ ໃນຕະຫລອດຊີວິດຂອງຕົນ,  ທ່ານ ບູຍຈີ໋ແມ້ງ ປາດຖະໜາຢາກໃຫ້ບັນດາຜູ້ອາຍຸສູງສືບຕໍ່ເປັນກຳລັງໜູນດ້ານຈິດໃຈໃຫ້ລຸກຫລານ ເພື່ອພ້ອມກັນສ້າງປະຊາຄົມຊາວ ຫວຽດນາມ ຢູ່ລາວ ໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ