ພິທີອອກເຄຶ່ອນພົນຕອບສະໜອງຂະບວນການຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ

(VOVWORLD) -ຕອນເຊົ້າວັນທີ 9 ມີຖຸນາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ສົມທົບກັນຈັດພິທີອອກເຄຶ່ອນພົນໃນທົ່ວປະເທດເພື່ອຕອບສະໜອງຂະບວນການ ຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ
ພິທີອອກເຄຶ່ອນພົນຕອບສະໜອງຂະບວນການຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຂົ້າຮ່ວມພິທີປຸກລະດົມ

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ເປົ້າໝາຍສູ້ຊົນເຖິງປີ 2025 , ທົ່ວປະເທດຈະບໍ່ນຳໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ.      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ :

      “ ລັດຖະບານໄດ້ຮຽກຮ້ອງປະຊາຄົມວິສາຫະກິດຈົ່ງຍົກສູງຄວາມຮັບຜິດຊອບສັງຄົມ, ພ້ອມກັນຮ່ວມແຮງຮ່ວມໃຈຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ. ຕັ້ງໜ້າຈັດປະເພດເພື່ອເກັບເອົາ, ຜະລິດຄືນໃໝ່, ບໍ່ນຳໃຊ້ຖົງຢ່າງ, ຜະລິດຕະພັນປລາດສຕິດໃຊ້ຄັ້ງດຽວ. ບັນດາຮ້ານສັບພະສິນຄ້າ, ພັດຕະຄານ, ໂຮງແຮມ…ບໍ່ນຳໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ. ສົ່ງເສີມຜູ້ໄປຊື້ເຄື່ອງ ຕ້ອງຖືຖົງ, ຜະລິດຕະພັນຫຸ້ມຫໍ່ຂອງຕົນ ທີ່ສາມາດໃຊ້ໄດ້ຫຼາຍເທື່ອ, ນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ທຸກໆຄົນ, ທຸກໆຄອບຄົວ ນັບແຕ່ຈຸດເວລານີ້ ຈົ່ງປະຕິບັດຄຳຂວັນ: ປາສະຈາກຂີ້ເຫຍືຶ້ອ ຢາງປລາດສຕິດເສດເຫຼືອ, ປະກອບສ່ວນປົກປັກຮັກສາສະພາບແວດລ້ອມແຫ່ງຊີວິດໃນວັນນີ້ ແລະ ອະນາຄົດ ”

ຕອບກັບ

ຂ່າວ/ບົດ​ອື່ນ