ພິທີອາໄລຫາ 10 ປີແຫ່ງວັນເຮືອບິນ MH370 ຫາຍສາບສູນ - ມາເລເຊຍ ໃຫ້ຄຳໝັ້ນສັນຍາດຳເນີນການຊອກຫາຄືນໃໝ່

(VOVWORLD) - ກ່າວຄຳເຫັນທີ່ເຫດການອາໄລຫາ 10 ປີແຫ່ງວັນ ເຮືອບິນ MH370 ຫາຍສາບສູນ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍຢັ້ງຢືນການມີໜ້າຂອງທ່ານທີ່ເຫດການໄດ້ສະແດງຄວາມສາມັກຄີ ແລະ ການແບ່ງປັນຂອງລັດຖະບານ ມາເລເຊຍ ຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ.
ພິທີອາໄລຫາ 10 ປີແຫ່ງວັນເຮືອບິນ MH370 ຫາຍສາບສູນ - ມາເລເຊຍ ໃຫ້ຄຳໝັ້ນສັນຍາດຳເນີນການຊອກຫາຄືນໃໝ່ - ảnh 1ສີ້ນສ່ວນຂອງເບືອບິນ MH370
(ພາບ:Hằng Linh - ນັກຂ່າວ TTXVN ປະຈຳ Kuala Lumpur)

ວັນທີ 3 ມີນາ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ Anthony Loke ໃຫ້ຮູ້ວ່າ: ລັດຖະບານ ມາເລເຊຍ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ບັນດາຄວາມມານະພະຍາຍາມດຳເນີນການຊອກຫາເຮືອບິນ MH370 ຂອງບໍລິສັດການບິນ Malaysia Airlines ທີ່ຫາຍສາບສູນຄືນໃໝ່.

        ກ່າວຄຳເຫັນທີ່ເຫດການອາໄລຫາ 10 ປີແຫ່ງວັນ ເຮືອບິນ MH370 ຫາຍສາບສູນ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍຢັ້ງຢືນການມີໜ້າຂອງທ່ານທີ່ເຫດການໄດ້ສະແດງຄວາມສາມັກຄີ ແລະ ການແບ່ງປັນຂອງລັດຖະບານ ມາເລເຊຍ ຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ. ທ່ານ Anthony Loke ໃຫ້ຮູ້ວ່າ: ຈະສະເໜີໃຫ້ຄະນະລັດຖະບານເຊັນສັນຍາກັບບໍລິສັດ Ocean Infinity ເພື່ອເຊື່ອມຕໍ່ບັ້ນເຄື່ອນໄຫວຊອກຫາຄືນໃໝ່. ລັດຖະບານ ມາເລເຊຍ ກຽມພ້ອມປຶກສາຫາລືກັບບໍລິສັດ Ocean Infinity ກ່ຽວກັບຂໍ້ສະເໜີ “ຊອກບໍ່ເຫັນ, ບໍ່ເສຍຄ່າໃຊ້ຈ່າຍ”.

        ວັນທີ 8 ມີນາ 2014, ເຮືອບິນໝາຍເລກ MH370, ຂົນສົ່ງຜູ້ໂດຍສານ 239 ຄົນ ຖືກຫາຍສາບສູນໃນການເດີນທາງຈາກນະຄອນຫຼວງ Kuala Lumpur (ປະເທດ ມາເລເຊຍ) ໄປຍັງນະຄອນຫຼວງ ປັກກິ່ງ (ປະເທດຈີນ). ນັກຊ່ຽວຊານເກືອບທັງໝົດເຊື່ອວ່າ MH370 ໄດ້ຕົກລົງສູ່ມະຫາສະໝຸດອິນເດຍ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນສາມາດຊອກເຫັນສີ້ນສ່ວນຂອງກ່ຽວກັບເຮືອບິນລຳນີ້ ເຖິງວ່າການເຄື່ອນໄຫວຊອກຫາໄດ້ແກ່ຍາວກ່ວາ 3 ປີ ແລະ ໃຊ້ຈຳນວນເງິນຢ່າງໜ້ອຍສຸດ 200 ລ້ານໂດລາສະຫະລັດ ແລ້ວກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ