ພິທີອາໄລຫາ 7 ປີເຫດແຜ່ນດິນໄຫວ, ຄື້ນຟອງຍັກສຸນະມີຢູ່ຍີ່ປຸ່ນ

(VOVWORLD) - ການເຄື່ອນໄຫວຕ່າງໆເພື່ອອາໄລຫາເຫດການນີ້ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ ໂຕກຽວ ໃນຕອນບ່າຍຂອງວັນດຽວກັນ.

ວັນທີ 11 ມີນາ 2018, ແມ່ນວັນຄົບຮອບ 7 ປີເກີດເຫດແຜ່ນດິນໄຫວ, ຄື້ນຟອງຍັກສຸນະມີຢູ່ປະເທດ ຍີ່ປຸ່ນ, ເຮັດໃຫ້ 18.000 ກ່ວາຄົນຖືກເສຍຊີວິດ ຫຼື ຫາຍສາບສູນ. ການເຄື່ອນໄຫວຕ່າງໆເພື່ອອາໄລຫາເຫດການນີ້ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ ໂຕກຽວ ໃນຕອນບ່າຍຂອງວັນດຽວກັນ. ເຂົ້າຮ່ວມພິທີກົ້ມຫົວໄວ້ອາໄລເຖິງດວງວິນຍານບັນດາຜູ້ຖືກເສຍຊິວິດມີທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ອົງມົງກຸດລາຊະກຸມມານ Akishino ແລະ ບັນດາຜູ້ລອດຕາຍພາຍຫຼັງເຫດການດັ່ງກ່າວ.

        ພາຍຫຼັງ 7 ປີເກີດເຫດການດັ່ງກ່າວ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ມີປະມານ 7.000 ຄອບຄົວຍັງຄົງຕ້ອງດຳລົງຊີວິດໃນເຮືອນຢູ່ຊົ່ວຄາວຢູ່ 3 ແຂວງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໄພພິບັດເຊິ່ງລວມມີ: ແຂວງ Iwate, Miyagi ແລະ Fukushima. ກ່ວາ 90% ໃນຍອດຈຳນວນເຮືອນ 30.000 ຫຼັງ ເຊິ່ງຄາດວ່າຈະສະຫງວນໃຫ້ບັນດາຄອບຄົວຕ້ອງອົບພະຍົບທີ່ໄດ້ຮັບການກໍ່ສ້າງສຳເລັດແລ້ວ ແລະ ຄາດວ່າ, ສ່ວນຍັງເຫຼືອຈະຮັບການກໍ່ສ້າງສຳເລັດໃນທ້າຍເດືອນ ມີນາ 2019. ມາຮອດປະຈຸບັນ, ລັດຖະບານ ຍີ່ປຸ່ນ ພວມຕັ້ງໜ້າຜັນຂະຫຍາຍບັນດາມາດຕະການລ້າງຜິດ ແລະ ຄວາມມານະພະຍາຍາມອື່ນໆອີກ ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ໃກ້ກັບໂຮງງານນິວເຄຼຍ Fukushima ອາດສາມາດກັບເມືອບ້ານເກີດເມືອງນອນຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ