ພິທີອາໄລຫາ ນັກຮົບວິລະຊົນ 64 ຄົນ ທີ່ໄດ້ເສຍສະ ຫຼະຊີວິດຢູ່ໝູ່ ເກາະ ເຈື່ອງຊາ

ດ້ວຍ​ຈຸດປະສົງ​ຮູ້​ບຸນຄຸນ ​ແລະ​ສຶກສາ​ມູນ​ເຊື້ອ​ໃຫ້​ແກ່​ພະນັກງານ, ນັກຮົບ​ລຸ້ນຕ່່າງໆ​ຂອງ​ກອງທັບ​ເຮືອ​ວິລະ​ຊົນ. ຫວ່າງ​ແລ້ວ​ນີ້, ກອງ​ປະຕິບັດ​ງານ​ກ່ຳ​ປັ່ນ HQ 93 ກອງ​ພົນ​ນ້ອຍ 146, ກອງທັບ​ເຮືອ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ນັກຮົບ​ວິລະ​ຊົນ 64 ຄົນ ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ບັ້ນ​ຮົບ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ ​ເຈື່ອງ​ຊາ ​ເມື່ອ​ປີ 1988. ນັກຮົບ​ໜຸ່ມ ວີ​ແທ່ງ​ຈູງ​ດົງ, ບ້ານ​ເກີດ​ຢູ່​ແຂວງ ຟູ໋ທໍ້ , ​ເຊິ່ງພວມ​ປະຕິບັດ​ໜ້າ​ທີ່ຢູ່ ​ເກາະ ​ໂກ​ລິນ, ​ເວົ້າ​ວ່າ:

“ພວກ​ເຮົາ​ຮູ້​ບຸນຄຸນ ​ແລະ​ຈະ​ຕັດສິນ​ໃຈ​ປະຕິບັດ​ໜ້າ​ທີ່ ກໍ່​ຄື​ພາລະ​ກຳ​ຂອງ​ພວກ​ເຮົາ ຢູ່​ເກາະ​ແຫ່ງ​ນີ້. ພວກ​ເຮົາ​ຈະ​ຕັດສິນ​ໃຈປະຕິບັດ​ຕາມ​ແບບຢ່າງ​ນັກຮົບ​ລຸງ​ໂຮ່ ​ເພື່ອ​ປົກ​ປັກ​ຮັກສາ​ເກາະ ທະ​ເລ​ຂອງ​ປະ​ເທດ​ຊາດ​ໄວ້”

        ສ່ວນ​ທ່ານ​ພັນ​ໂທ ຫງວຽນ​ວັນ​ທື, ຮອງ​ຫົວໜ້າ​ກຳມະການ​ການ​ເມືອງ​ກອງ​ພົນ​ນ້ອຍ 146, ກອງທະຫານ ​ເຈື່ອງ​ຊາ ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

“​ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ລຸ້ນກ່ອນ, ພະນັກງານ, ນັກຮົບ​ຂອງ​ກອງ​ພົນ​ນ້ອຍ ​ເຈື່ອງ​ຊາ ວິລະ​ຊົນ ຍາມ​ໃດ​ກໍ່​ອອກ​ແຮງ​ສູ້​ຊົນ, ຫຼໍ່​ຫຼອມ, ມີ​ສະຕິ​ລະວັງ​ຕົວ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້ ​ແລະ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ​ທະ​ເລ​ໄວ້​ຢ່າງ​ໝັ້ນຄົງ ​ໃນ​ທຸກ​ສະຖານະ​ການ”
ຂ່າວ/ບົດ​ອື່ນ