ພິທີອາໄລຫາ, ສູດສັກອະນິດຈາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່າຢາງ

(VOVWORLD) - ຕອນເຊົ້າວັນທີ 07 ກໍລະກົດ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ, ເມືອງ ວິຊວຽນ, ແຂວງ ຮ່າຢາງ, ສະມາຄົມພຸດທະສາສະໜາແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີອາໄລຫາ, ສູດສັກອະນິດຈາເຖິງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ປະຊາຊົນເສຍຊີວິດ; ຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ.

 ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຫວຽດນານ ໃຫ້ຮູ້ວ່າ:

        “ແຕ່ລະປີ, ສະມາຄົມພຸດທະສາສະໜາ ຫວຽດນາມ, ບັນດາຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ບັນດາແຂວງ, ພິເສດແມ່ນບັນດາທ້ອງຖິ່ນເກີດສົງຄາມ, ມີບັນດາສຸສານ, ອະນຸສາວະລີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ…ພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງພິທີອາໄລຫາ, ສູດສັກອະນິດຈາ. ປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອ, ສະມາຄົມພຸດທະສາສະໜາແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີສູດສັກອະນິດຈາ, ອາໄລຫາບຸນຄຸນຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນເສຍຊີວິດໃນສົງຄາມ.”

ພິທີອາໄລຫາ, ສູດສັກອະນິດຈາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່າຢາງ - ảnh 1 ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຫວຽດນານ 

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 06 ກໍລະກົດ, ຜູ້ຕາງໜ້າສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີໄຕ້ທຽນ ເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ