ພິທີອາໄລຫາ ແລະ ຕອບບຸນແທນຄຸນບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກົນດາວ

ພິທີອາໄລຫາ ແລະ ຕອບບຸນແທນຄຸນບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກົນດາວ - ảnh 1
(ພິທີອາໄລຫາ ແລະ ຕອບບຸນແທນຄຸນ
ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກົນດາວ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 3/12, ຢູ່​ສຸສານ ຮ່າງ​ເຢືອງ, ​ກົນ​ດາວ, ​ແຂວງ ບ່າ​ເຮ້ຍ​ວຸງ​ເຕົ່າ ​ໄດ້​ດຳ​ເນີນ ພິທີ​ອາ​ໄລ​ຫາ ​ແລະ ຕອບ​ບຸນ​ແທນ​ຄຸນ​ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ກົນ​ດາວ. ມີ​ສາສະ​ນິກະ​ຊົນ, ພຸດທະ​ສາສະ​ນິກ​ກະ​ຊົນ ​2 ພັນ​ກວ່າ​ຄົນ ແລະ ບັນດາ​ອະດີດ​ນັກ​ໂທດ​ການ​ເມືອງທີ່​ເຄີຍ​ຖືກ​ຈັບ ​ແລະ ກັກ​ຂັງ​ຢູ່ ກົນ​ດາວ. ທ່ານ ຫງວຽນ​ວັນ​ເຫົ້າ, ​ອະດີດ​ນັກ​ໂທດ​ການ​ເມືອງຢູ່​ ກົນ​ດາວ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

ມຸ່ງ​ໄປ​ເຖິງ​ຫຼັກ​ສິນ​ທຳ​ທີ່​ວ່າກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳຂອງ​ຊາດ, ຄະນະ​ຕິດ​ຕໍ່​ນັກ​ໂທດ​ການ​ເມືອງ ກົນ​ດາວ ນະຄອນ ຮ່າ​ໂນ້ຍ ສົມທົບ​ກັບ​ຄະນະ​ພຸດທະ​ສາສະໜາ ຫວຽດນາມ ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ລຸ້ນຕ່າງໆ. ພິທີ​ດັ່ງກ່າວ​ຍັງ​ແມ່ນ​ໂອກາດ​ເພື່ອ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ​ໃຫ້​ລຸ້ນໜຸ່ມ, ພິ​ເສດ​ແມ່ນ​ສຶກສາ​ສະຕິ​ປົກ​ປັກ​ຮັກາ​ອະທິປະ​ໄຕທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ“.

ພິທີ​ອາ​ໄລ​ຫາ ​ແລະ ຕອບ​ບຸນ​ແທນ​ຄຸນ​ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ກົນ​ດາວ ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 4/12.

ຂ່າວ/ບົດ​ອື່ນ