ພິທີອາໄລຫາຜູ້ປະສົບເຄາະຮ້າຍຈາກການຄົມມະນາຄົມ2015

ພິທີອາໄລຫາຜູ້ປະສົບເຄາະຮ້າຍຈາກການຄົມມະນາຄົມ2015 - ảnh 1
ພິທີອາໄລຫາຜູ້ປະສົບເຄາະຮ້າຍຈາກການຄົມມະນາຄົມ2015
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 15/11, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້ຈັດ ພິ​ທີ​ອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ຄົມມະນາຄົມ2015 ດ້ວຍ​ສານ​ທີ່​ວ່າ “ອາ​ໄລ​ຫາ​ຜູ້​ທີ່​ໄດ້​ເສຍຊີວິດ - ​ເພື່ອ​ຄົນ​ຍັງ​ມີ​ຊີວິດ​ຢູ່”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະໜອງ “ວັນ​ທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ຄົມມະນາຄົມ“ ​ໃນ​ປີ 2015. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ຄົມມະນາຄົມ​ແຫ່ງ​ຊາດ, ຮຽກຮ້ອງ​ປະຊາ​ຄົມ​ຈົ່ງ​ມີ​ຄວາມ​ຮັບຜິດຊອບ​​ຕໍ່​ຕົນ​ເອງ, ຕໍ່​ສັງຄົມ​ເມື່ອ​ເຂົ້າ​ຮ່ວມ​ການ​ຄົມມະນາຄົມ​ກວ່າ​ອີກ.

        “ຈົ່ງ​ສະ​ແດງ​ຄວາມ​ອີ​ດູ​ຕໍ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ຄົມມະນາຄົມດ້ວຍ​ການ​ກະທຳ​ລະອຽດ​ຕ່າງໆ, ຕື່ນ​ຕົວ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນ​ການ​ຄົມມະນາຄົມ. ພ້ອມ​ກັນ​ປະຕິບັດ​ບັນດາ​ການ​ກະທຳ​ນີ້​ເປັນ​ຢ່າງ​ດີ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ເສຍດາຍ​ຢ່າງ​ຈິງ​ໃຈ​ທີ່​ມີ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຄົມມະນາຄົມ​ຢູ່​ຫວຽດນາມຢ່າງ​ປອດ​ໄພ, ປົກ​ປ້ອງ​ຊີວິດ​ຂອງ​ຕົນ​ເອງ, ຄອບຄົວ, ​ເພື່ອນ​ມິດ ​ແລະ ປະຊາຊົນ​ຂອງ​ຕົນ. ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ທຸກ​ຄົນ ​ແລະ ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ“

        ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ ​ໄດ້​ສະຫງວນ​ເວລາ 1 ນາທີ ​ເພື່ອກົ້ມ​ຫົວ​ໄວ້ອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ຄົມມະນາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ