ພິທີອາໄລຫາພະນັກງານນັກຮົບທີ່ເສຍສະຫຼະຊີວິດຢູ່ໝູ່ເກາະເຈື່ອງຊາ

ພິທີອາໄລຫາພະນັກງານນັກຮົບທີ່ເສຍສະຫຼະຊີວິດຢູ່ໝູ່ເກາະເຈື່ອງຊາ - ảnh 1
(ພາບປະກອບ: TTXVN)

​(vovworld) – ພິທີ​ອາ​ໄລ​ຫາ​ພະນັກງານນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 11/05, ຢູ່​ເຂດ​ເກາະ ​ໂກ​ລິນ - ​ແລນ​ດາວ - ກາກ​ມາ ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ, ​​ເຊິ່ງ​ແມ່ນ​ສະຖານ​ທີ່​ກ່ອນ​ນີ້ 27 ປີ (ຄື​ວັນ​ທີ 14/03/1988) ​ໄດ້​ດຳ​ເນີນ​ການ​ຕໍ່ສູ້ຢ່າງພິລະ​ອາດ​ຫານ​ຂອງ​ພະນັກງານ, ນັກຮົບ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະບູຊາ​ຂອງ​ປະ​ເທດ​ຊາດ. ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສ່ືສານ, ກອງ​ບັນຊາ​ການ​ກອງທັບ​ເຮືອ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ອາ​ໄລ​ຫາບັນດາ​ນັກຮົບວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ສືບ​ຕໍ່ການ​ຕໍ່ສູ້​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາອະທິປະ​ໄຕ​ເຂດ​ທະ​ເລ, ​ໝູ່​ກາະຂອງ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ​ຊ່ວ​ຍວ່າການ​ກະ​ຊວງຖະ​ແຫຼງຂ່າວ ​ແລະ ສ່ືສານ ​​ເຈືອງ​ມິ​ງຕວນ, ເນັ້ນ​ໜັກ​ວ່າ:
 “ດ້ວຍ​ຄວາມ​ເຄົາລົບ, ຄວາມຮູ້​ບຸນຄຸນບັນດານັກຮົບວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄະນະພະນັກງານພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍວ່າ ຈະ​ສືບ​ຕໍ່ການ​ຕໍ່ສູ້​ເພື່ອ​ໃຫ້​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແນວ​ຄິດ​ຂອງ​ລຸ້ນກ່ອນ. ພວກ​ຂ້າພະ​ເຈົ້າຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະບູ​ຊາ​ຂອງ​ປະ​ເທດ​ຊາດ.”
ຂ່າວ/ບົດ​ອື່ນ