ພິທີອາໄລຫາວັນເຖິງແກ່ມໍລະນະກຳຂອງວິລະຊົນແຫ່ງຊາດ ຫງວຽນຈ້າຍ

ພິທີອາໄລຫາວັນເຖິງແກ່ມໍລະນະກຳຂອງວິລະຊົນແຫ່ງຊາດ ຫງວຽນຈ້າຍ  - ảnh 1
ການຊ່ວງເຮືອທີ່ງານບຸນ
(ພາບ: Mạnh Minh- TTXVN)

(vovworld) – ວັນ​ທີ 9/9,  ຢູ່​ເຂດປູຊະນີຍະສະຖານ ກົນ​ເຊີນ - ກຽບບາກ, ​ເທດສະບານ ຈີ໋ລິງ, ຄະນະຈັດ​ຕັ້ງ​ພິທີ​ງານ​ບຸນ​ລະດູ​ໃບ​ໄມ້​ຫຼົ່ນ ກົນ​ເຊີນ - ກຽບບາກ ປີ 2014 ​ແຂວງ ຫາຍ​ເຢືອງ ​ໄດ້ຈັດ​ຕັ້ງ ພິທີ​ອາ​ໄລ​ຫາວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ວິລະ​ຊົນ​ແຫ່ງ​ຊາດ, ນັກ​ວັດທະນະທຳ​ໂລກ ຫງວຽນ​ຈ້າຍ ຄົບຮອບ 572 ປີ ​ແລະ ພິທີ​ຫຼໍ່​ຮູບ ອໍລະຫັນ ຫງວຽນຈ້າຍ. ທີ່​ພິທີ​ອາ​ໄລ​ຫາ, ທ່ານ​ຮອງ​ປະທານ​ແຂວງ​ຫາຍ​ເຢືອງ ຫງວຽນ​ວັນ​ເກ​ວ໋ ​ໄດ້ທົບ​ທວນຄືນ​ຊີວິດ ​ແລະ ພາລະກິດ​ຂອງ​ຫງວຽນ​ຈ້າຍ, ​ເຊິ່ງ​ແມ່ນ​ວິນ​ຍານ​ຂອງ​ການ​ຕໍ່ຕ້ານ​ຕ້ານ​ເສິກໝິງ ​ໃນ​ສະຕະວັດ​ທີ 15. ປີ 1428, ​ເລ​ເລີ້​ຍຂື້ນ​ຄອງ​ລາດ, ຫງວຽນ​ຈ້າຍ​ໄດ້​ຂຽນ “ບິ່ງ​ໂງ​ດ້າຍ​ກ໋າວ“ ໝາຍ​ເຖິງ​ບົດ​ຖະ​ແຫຼ​ງປະກາດ​ເອກະລາດ​ທຳ​ອິດ​ຂອງ​ຊາດ​ຫວຽດນາມ. ​ໃນ​ສະ​ໄໝ​ລາດ​ຊະ​ວົງເລ, ຫງວຽນ​ຈ້າ​ຍ ​ແມ່ນ​ຜູ້​ທີ່​ມີ​ຄຸນ​ງານ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ໃນ​ການ​ສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ, ຄວາມ​ປອງ​ດອງ​ລະຫວ່າງ “ປະ​ເທດ ​ແລະ ປະຊາຊົນ“. ທ່ານ​ຍັງ​ແມ່ນ​ນັກ​ວັດທະນະທຳ, ນັກວິທະຍາສາດ, ດ້ວຍຫຼາຍກິດຈະກຳທີ່ໄດ້ປະໄວ້ໃຫ້ ລຸ້ນຫຼັງ.

ຂ່າວ/ບົດ​ອື່ນ