ພິ​ທີ​ອາ​ໄລ​ຫ​າ​ສະ​ແດງ​ຄວ​າມ​ຮູ້​ບຸນ​ຄຸນ​ຕໍ່ນັກຮົບຜູ້້ເສຍສະຫຼະຊີວິດເພື່ອຊາດ ​ກາກ​ມາ

(VOVWORLD) - ຕອນຄ່ຳວັນທີ 13 ມີນາ, ມີນັບຮົບເກົ່າ, ຍາດຕິພີ່ນ້ອງຂອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກາກມາ ກ່ວາ 50 ຄົນມາຈາກເງະອານ, ຮ່າຕິ້ງ ແລະ ກ໋ວາງຈິໄດ້ໄປຍັງເທດສະບານ ບາດົ່ນ, ແຂວງກ໋ວາງບິ່ງ, ບ້ານເກີດເມືອງນອນຂອງ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ກາກມາ ເຈິ່ນວັນເຟືອງ, ລອຍກະທົງຢູ່ທ່າເຮືອແຢງ.
ພິ​ທີ​ອາ​ໄລ​ຫ​າ​ສະ​ແດງ​ຄວ​າມ​ຮູ້​ບຸນ​ຄຸນ​ຕໍ່ນັກຮົບຜູ້້ເສຍສະຫຼະຊີວິດເພື່ອຊາດ ​ກາກ​ມາ - ảnh 1ທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ ເຂົ້າຮ່ວມ ພິທີ

ຕອນເຊົ້າວັນທີ 14 ມີນາ, ຄະນະຕິດຕໍ່ພົວພັນ ນັກຮົບເກົ່າ ກາກມາ ພ້ອມກັບສະມາຊິກໜ່ວຍງານວັນນະຄະດີສິລະປະ ບາດົ່ນ - ກ໋ວາງແຈກ, ແຂວງ ກ໋ວາງບິ່ງ ໄດ້ຈັດພິທີອາໄລຫາ 33 ປີແຫ່ງບັ້ນຮົບເທິງທະເລ ກາກມາ (14 ມີນາ 1988 – 14 ມີນາ 2021), ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ນັກຮົບກອງທັບເຮືອປະຊາຊົນຫວຽດນາມ 65 ຄົນ ທີ່ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານ ເມື່ອປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທາງທະເລໝູ່ເກາະຂອງ ປະເທດຊາດ ຢູ່ເຂດຫີນ ກາກມາ, ຂຶ້ນກັບໝູ່ເກາະ ເຈື່ອງຊາ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13 ມີນາ, ມີນັບຮົບເກົ່າ, ຍາດຕິພີ່ນ້ອງຂອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກາກມາ ກ່ວາ 50 ຄົນມາຈາກເງະອານ, ຮ່າຕິ້ງ ແລະ ກ໋ວາງຈິໄດ້ໄປຍັງເທດສະບານ ບາດົ່ນ, ແຂວງກ໋ວາງບິ່ງ, ບ້ານເກີດເມືອງນອນຂອງ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ກາກມາ ເຈິ່ນວັນເຟືອງ, ລອຍກະທົງຢູ່ທ່າເຮືອແຢງ.

ຕອບກັບ

ຂ່າວ/ບົດ​ອື່ນ