ພິທີຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງໂຄງການ COVAX ແລະ ລັດຖະບານ, ປະຊາຊົນ ອາເມລິກາ
ພິທີຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ - ảnh 1ພິທີມອບຮັບວັກຊິນກັນໂຄວິດ-19 Pfizer/BionTech ຈຳນວນ 1,5 ລ້ານໂດສ
(ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 04 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບຮັບວັກຊິນກັນໂຄວິດ-19 Pfizer/BionTech ຈຳນວນ 1,5 ລ້ານໂດສ ໂດຍກົນໄກສຳຜັດທົ່ວໂລກກັບວັກຊິນກັນໂຄວິດ-19 (COVAX) ສະໜອງ ດ້ວຍການໜູນຊ່ວຍຂອງລັດຖະບານ ອາເມລິກາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງໂຄງການ COVAX ແລະ ລັດຖະບານ, ປະຊາຊົນ ອາເມລິກາ, ການໜູນຊ່ວຍດັ່ງກ່າວໄດ້ ແລະ ພວມປະກອບສ່ວນຊ່ວຍໃຫ້ຫວຽດນາມ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ຮັບມືດ້ວຍຄວາມປອດໄພ, ນຳປະເທດຫັນໄປສູ່ໄລຍະເປັນປົກກະຕິໃໝ່. ທ່ານຮອງລັດຖະມົນຕີເນັ້ນໜັກວ່າ ດ້ວຍການຈັດແບ່ງນີ້, COVAX ສືບຕໍ່ເປັນຝ່າຍສະໜອງວັກຊິນໃຫຍ່ໃຫ້ແກ່ ຫວຽດນາມ ດ້ວຍຈຳນວນ 14 ລ້ານໂດສ ທີ່ໄດ້ສົ່ງມາຫວຽດນາມ; ໃນຂະນະທີ່ ອາເມລິກາ ແມ່ນປະເທດສະໜອງວັກຊິນກັນໂຄວິດ-19 ໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານ Chiristopher Klein, ອຸປະທູດສະຖານທູດ ອາເມລິກາ ປະຈຳ ຫວຽດນາມ, ຢືນຢັນວ່າ ລັດຖະບານ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜ່ານຜ່າໂລກລະບາດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ