ພິທີຮັບເຄື່ອງອຸປະກອນການແພດໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ເອີລົບ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ພິທີຮັບເຄື່ອງອຸປະກອນການແພດ ໂດຍບໍລິສັດຫຸ້ນສ່ວນ Flamingo Holding Froup ຈຳກັດ ມອບໃຫ້ຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ, ອັງກິດ, ຝລັ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ພິທີຮັບເຄື່ອງອຸປະກອນການແພດໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ເອີລົບ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1 ພິທີຮັບເຄື່ອງອຸປະກອນການແພດ

(ພາບ: baoquocte)

ຕອນເຊົ້າວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ, ໄດ້ຈັດພິທີຮັບເຄື່ອງອຸປະກອນການແພດ ໂດຍບໍລິສັດຫຸ້ນສ່ວນ Flamingo Holding Froup ຈຳກັດ ມອບໃຫ້ຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ, ອັງກິດ, ຝລັ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທ່ານ ເລືອງແທັງງິ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕີລາຄາສູງບັນດາສ່ວນບຸກຄົນ, ອົງການຈັດຕັ້ງຢູ່ພາຍໃນປະເທດ ທີ່ໄດ້ບໍລິຈາກ, ສະໜັບສະໜູນພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ບັນດາປະເທດໃນໂລກປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທີ່ພິທີ, ທ່ານ ເລືອງແທັງງິ, ໄດ້ຮັບຢາ ແລະ ຜ້າອັດປາກ-ອັດດັງ ໃຫ້ຊາວຫວຽດນາມ ອາໄສຢູ່ລັດເຊຍ ຈຳນວນ 43.000 ອັນ; ຢູ່ອັງກິດ 10.000 ອັນ ແລະ ຢູ່ຝລັ່ງ 10.000 ອັນ, ໂດຍບໍລິສັດຫຸ້ນສ່ວນ Flamingo Holding Froup ຈຳກັດ ມອບໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ