ພິ​ທີ​ຮັບ​ໃບ​ຢັ້ງ​ຢືນຂອງ UNESCO ​ສຳ​ລັບຕໍ່​ສິ​ລະ​ປະ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ ຂອງ​ຊາວ​ເຜົ່າ​ຈຳ

(VOVWORLD) - ພິທີມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ.
ພິ​ທີ​ຮັບ​ໃບ​ຢັ້ງ​ຢືນຂອງ UNESCO ​ສຳ​ລັບຕໍ່​ສິ​ລະ​ປະ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ ຂອງ​ຊາວ​ເຜົ່າ​ຈຳ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 15 ມິຖຸນາ, ຢູ່ນະຄອນຟານຣາງ - ທາບຈ່າມ, ແຂວງນິງທ້ວນ ໄດ້ຈັດຂຶ້ນພິທີຕ້ອນຮັບໃບຢັ້ງຢືນຂອງອົງການວິທະຍາສາດ, ສຶກສາ ແລະ ວັດທະນະທຳ ສປຊ (UNESCO) ໂດຍຢັ້ງຢືນ “ສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ທີ່ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນ” ແລະ ໄຂວັນບຸນ ອາງຸຸ່ນ  - ເຫຼົ້າແວງນິງທ້ວນ ປີ 2023. ເຂົ້າຮ່ວມ ພິທີມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ການນຳຍບາງກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນເຂດ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ເລື່ອງ UNESCO ຢັ້ງຢືນ “ສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ທີ່ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນ” ແມ່ນການຢັ້ງຢືນສີສັນວັດທະນະທຳຂອງຊາດຫວຽດນາມ ໃນສາງມໍລະດົກວັດທະນະທຳໂລກ. ນັບແຕ່ນີ້ຕໍ່ໄປ, ມໍລະດົກວັດທະນະທຳສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳໄດ້ກາຍເປັນຊັບສົມບັດລວມຂອງມວນມະນຸດ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ໄປຢ້ຽມຢາມ ແລະ ພົບປະກັບບັນດານັກສິລະປະການ, ປະຊາຊົນໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ເທດສະບານເຟືອກເຢິນ, ເມືອງນິງເຟືອກ.

ຕອບກັບ

ຂ່າວ/ບົດ​ອື່ນ