ພິທີຮັບໃບຢັ້ງຢືນຮັບຮອງກຳແພງສະໄຫມລາຊະວົງໂຮ່ ແມ່ນມໍລະດົກວັດທະນະທຳໂລກ

ພິທີຮັບໃບຢັ້ງຢືນຮັບຮອງກຳແພງສະໄຫມລາຊະວົງໂຮ່ ແມ່ນມໍລະດົກວັດທະນະທຳໂລກ - ảnh 1
ພິທີ​ຮັບ​ໃບ​ຢັ້ງຢືນ​ຮັບ​ຮອງກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ ​
ພາບ: tuoi tre.vn


(vovworld) - ຕອນ​ຄຳ່​ວັນ​ທີ16/6 ຢູ່ ​ນະຄອນ ​ແທນ​ຮວ໋າ,  ພິທີ​ຮັບ​ໃບ​ຢັ້ງຢືນ​ຮັບ​ຮອງກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ ​ໂດຍ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ມອບ​ໃຫ້. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ເນັ້ນ​ຫນັກ​ວ່າ: ​ດ້ວຍ​ເລື່ອງ UNESCO ຮັບຮອງ​ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ, ນັບ​ແຕ່​ນີ້​​ເປັນ​ຕົ້ນ​ໄປ​ ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ກາຍ​ເປັນ​ຊັບ​ສົມບັດ​ລວມຂອງ​ມວນ​ມະນຸດ. ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແມ່​ນກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ຮັກສາ,​​ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ມໍລະດົກ​ໃຫ້​ດີກ​ວ່າ​ເກົ່າ. ທ່ານ​ກ່າວ​ວ່າ:

        “ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ປະຊາຊົນ​ແຂວງ ​ແທນ​ຮວ໋າ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ພ້ອມ​ກັບ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ມີຮູບ​ຮ່າງ ຫລື​ບໍ່​ມີ​ຮູບ​ຮ່າງ​ອື່ນ​ ຊຶ່ງ​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ​ນັ້ນ ຈະ​ເຮັດ​ໃຫ້​ພື້ນຖານ​ອະລິຍະ​ທຳ​ນັບ​ພັນ​ປີ​ຂອງ​ຊາດ ຫວຽດນາມ ອຸດົ​ມສົມ​ບູນຂຶ້ນ​ຕື່ມ, ປະກອບສ່ວນ​ເພື່ອ​ໃຫ້​ເພື່ອນ​ມິດ​ໂລກ​ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ກວ່າ, ​ເປີ​ດ​ແງ່​ຫວັງ​ກາລະ​ໂອກາດ​ໃຫມ່​ໃຫ້​ແກ່​ການ​ພັດທະນາ​ການທ່ອງທ່ຽວ, ຄົ້ນ​ຄ້ວາ​ພື້ນຖານ​ວັດທະນະທຳ ຫວຽດນາມ.”

 

ຂ່າວ/ບົດ​ອື່ນ