ພິທີເຄື່ອນພົນປີປອດໄພຄົມມະນາຄົມ2017

ພິທີເຄື່ອນພົນປີປອດໄພຄົມມະນາຄົມ2017 - ảnh 1
ພິທີເຄື່ອນພົນປີປອດໄພຄົມມະນາຄົມ 2017
(ພາບ: TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 04/01 ຢູ່ສະໜາມ​ຫລວງ​ການປະຕິວັດ​ເດືອນ​ສິງຫາ, ຄະ​ນະ​ກຳ​ມະ​ການຄວາມປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ເຄື່ອນ​ພົນປີ​ປອດ​ໄພ​ຄົມມະນາຄົມ 2017 ​ແລະ ຈຸດ​ສູງ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ຄົມມະນາຄົມ​ໃນ​ໂອກາດ​ບຸນ​ເຕັດປະຈຳ​ຊາດປີລະກາ 2017. ປີ​ປອດ​ໄພ​ຄົມມະນາຄົມ 2017 ມີ​ຫົວ​ຂໍ້​ວ່າ “ສ້າງວັດທະນະທຳ​ຄົມມະນາຄົມ​ໃນ​ຊາວ​ໜຸ່ມ, ​ເຍົາວະ​ຊົນ”, ດ້ວຍ​ຈຸດໝາຍ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສະຕິຕື່ນ​ຕົວ​ເຄົາລົບ​ກົດໝາຍ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ສັນຈອນ, ສ້າງ​ວັດທະນະທຳ​ຄົມມະນາຄົມ​​ໃຫ້​ມີ​ຄວາມປອດ​ໄພ​​ໃນ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ​ເຍົາວະ​ຊົນ. ທີ່​ພິທີ​ປຸກລະດົມ, ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ການ​ແກ້​ໄຂຢ່າງ​ຂ້ຽວຂາດ ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ໄດ້​ສັນຈອນ​​ໄປ-ມາ​ຢ່າງປອດ​ໄພ, ສະດວກ​​ໃນ​ໂອກາດ​ບຸນ​ເຕັດ​, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຮຽກຮ້​ອງບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ການປະຕິບັດ​ຄຳ​ສັ່ງ​ຂອງ​ ທ່ານນາຍົກລັດຖະມົນຕີຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​​ໄພ​ທາງຄົມມະນາຄົມ​ໃນ​​ໂອກາດບຸນ​ເຕັດ​ປະຈ​ຳຊາດປີລະກາ ​ແລະ ງານ​ບຸນ​ 2017 ຕ່າງໆ, ພິ​ເສດ​ແມ່ນ​ຮັບ​ປະ​ກັນ​ຄຸນ​ນະພາ​ບການ​ບໍລິການ​ຂົນ​ສົ່ງ​ແຂກ; ຕ້ານ​ສະພາບ​ລົດ​ຕິດ ​ແລະ ກວດກາ​, ​​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄົມມະນາຄົມ​ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ