ພິທີເຊີດຊູ “ເພື່ອພາລະກິດລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ“

ພິທີເຊີດຊູ “ເພື່ອພາລະກິດລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ“  - ảnh 1
ອ້າຍ ດິງວັນຢາບ ຢູ່ແຂວງ ຮ່ວາບິນ່ ແບບຢ່າງໃນການລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ເຊີດ​ຊູ “​ເພື່ອ​ພາລະກິດ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ“ ​​ແລະ “​ແບບຢ່າງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ“.​ເຂົ້າ​ຮ່ວມ​ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ ​ໄລຍະ 2011-2020. ພິທີ​ຖືກ​ຈັດ​ຂຶ້ນ​ເພື່ອ​ຫວນ​ຄືນ 10 ປີ ​ແຫ່ງ​ວັນ​ຫວຽດນາມ ປະຕິບັດ “ຍຸດ​ທະ​ສາດ​ຮອບດ້ານ​ກ່ຽວ​ກັບ​ການ​ເຕີບ​ໂຕ ​ແລະ ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ“. ​ໃນ 10 ປີຜ່ານມາ, ​ລັດຖະບານໄດ້​ປະກາດ​ໃຊ້ມະຕິ, ຄຳ​ສັ່ງ, ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ທີ່​ສຳຄັນ​ຫຼາຍ​ສະບັບ ກ່ຽວ​ກັບ​ວຽກ​ງານລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ ຢ່າງ​ທັນ​ການ, ​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ກ່າວ​ຄວາມ​ເຫັນ​ນະ​ພິທີ. ຮອງ​ສາ​ສະ​ດາ​ຈານ - ດຣ. ຫວູວັນ​ຟຸກ, ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ, ຖື​ວ່າ:

“​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ, ​ເພື່ອ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສີວິ​ໄລ​ນັ້ນ, ມັນ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຍືດໝັ້ນ​ພາລະກິດລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ກວ່າ​ອີກ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງ​​ແຂງ​ແຮງ, ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. ພິທີ​ເຊີດ​ຊູ​ມື້​ນີ້ ​ທັງ​ເປັນ​ການຮັບ​ຮູ້, ​​ແລະ ປຸກລະດົມ​ກຳລັງ​ໃຈ​ທົ່ວປວງ​ຊົນ​ທັງ​ຊາດ ​ເພື່ອຕັດສິນ​ໃຈ​, ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ອຶກ​ຫີ​ວ“.

 

 

ຂ່າວ/ບົດ​ອື່ນ