ພິທີເຊີດຊູຜູ້ມີໃຈບຸນໃຈກຸສົນ

ພິທີເຊີດຊູຜູ້ມີໃຈບຸນໃຈກຸສົນ - ảnh 1

ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຮັບ​ຂອງຂວັນ​

ສະໜັບສະໜູນຈາກ​ຄະນະ​ຈັດຕັ້ງ

(ພາບ:vov.vn)

(VOV)-   ຕອນ​ຄ່ຳ​ວັນ​ທີ 23/12, ຢູ່​ສະຖານີວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ (58 ກວານ​ຊື-ຮ່າ​ໂນ້ຍ) ​ໄດ້​ຈັດ​ພິທີ​ເຊີ​ດຊູ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ​, ມອບ​ຂອງຂວັນບໍລິຈາກ​ມະນຸດສະທຳໂດຍກອງ​ທຶນດວງ​ໃຈ​ຄຳ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັນ​ຈັດຕັ້ງຂຶ້ນ. ພິທີດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ກອງ​ທຶນ​ດວງໃຈ​ຄຳ​ຫວຽດນາມ ​ແລະ ບັນດາ​ຄອບຄົວ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ 1 ປີຜ່ານມາ ສະ​ແດ​ງຄວາມ​ຮູ້​ບຸນຄຸນ​ຕໍ່​ຜູ້ມີ​ໃຈ​ບຸນ​ໃຈ​ກຸສົນ. ທີ່​ພິທີ, ມີ 23 ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນມີ​ໃຈ​ບຸນ​ໃຈ​ກຸສົນ​ໄດ້​ຮັບ​ການ​ເຊີດ​ຊູ. ຄະນະ​ຈັດຕັ້ງຍັງໄດ້​ມອບຂອງຂວັນ, ປື້​ມບັນຊີເງິ​ນ​ຝາກ​ປະ​ຢັດ​​ໃຫ້​ແກ່​ຜູ້​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ. ທ່ານ​ຫງວຽນ​ຫງອກ​ຄອຍ, ປະທານ​ສະພາ​ຄຸ້ມ​ຄອງ​ກອງ​ທຶນດວງໃຈ​ຄຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: 

        “ປະຈຸ​ບັນ, ດວງ​ໃຈ​ຄຳ​ຫວຽດນາມ ມີ​ສາຂາ​ຢູ່​ນະຄອນ​ໂຮ່ຈິ​ມິນ, ຫາຍ​ຟອງ, ປ​ໄລ​ກູ, ສະຫະພັນ​ລັດ​ເຊຍ ​ແລະ ສ.​ເຊັກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ດວງ​ໃຈ​ຄຳ​ຫວຽດນາມ ຈະ​ສ້າງສາ​ງ​ເຂົ້າສານ​ຢູ່ 3 ພາກ​ເພື່ອ​ສາ​ມາດ​ກູ້​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ຢ່າງ​ທັນ​ການ. ຈຳນວນ​ເງິນ​ໂດຍ​ກອງ​ທຶນ​ເກັບມາ​ໄດ້​ແມ່ນ​ບັນດາ​ຜູ້​ກໍ່​ຕັ້ງບໍ​ລິຈາກ ​ແລະ ສ່ວນ​ການຊ່ວຍ​ເຫຼືອຂອງບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ​ພວກ​ຂ້າພະ​ເຈົ້າ​ມອບ​ໃຫ້ຜູ້​ທຸກ​ຍາກ“

        ທີ່​ພິທີ​ເຊີດ​ຊູ, ກອງ​ທຶນດວງໃຈ​ຄຳ​ຫວຽດນາມ ​ໄດ້​ຮັບ​ຈຳນວນ​ເງິນ​ສະໜັບສະໜູນ 225 ລ້ານ​ດົ່ງ​ຈາ​ກ​ບັນດາ​ອົງການ​ຈັດຕັ້ງສ່ວນ​ບຸກຄົນ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ.

 

ຂ່າວ/ບົດ​ອື່ນ