ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຈັດ​ຕັ້ງ​ໂຄງ​ການ “ຊ່ວຍ​ນ້ອງ​ປະ​ຕິ​ບັດ​ຄວາມ​ຝັນ”

(VOVWORLD) - ຕອນບ່າຍວັນທີ 21 ສິງຫາ, ຢູ່ສຳນັກງານສູນກາງສະພາກາແດງ ຫວຽດນາມ ໄດ້ດຳເນີນພິທີເຊັນຂໍ້ຕົກລົງຮ່ວມມືໄລຍະ 2024 – 2027 ກ່ຽວກັບການຈັດຕັ້ງປະຕິບັດໂຄງການ “ຊ່ວຍນ້ອງປະຕິບັດຄວາມຝັນ” ລະຫວ່າງ ມູນນິທິການເຄື່ອນໄຫວກາແດງ (ສູນກາງສະພາກາແດງ ຫວຽດນາມ),  ພະແນກບັນດາລາຍການກະຈາຍສຽງພາກພາສາ ຕ່າງປະເທດ, (ວິທະຍຸກະຈາຍສຽງ ຫວຽດນາມ - VOV5), ໂຮງລະຄອນ ຕວ໋ຍແຈ໋ ແລະ ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີຣົບ.
ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຈັດ​ຕັ້ງ​ໂຄງ​ການ “ຊ່ວຍ​ນ້ອງ​ປະ​ຕິ​ບັດ​ຄວາມ​ຝັນ” - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມ (ພາບ: VOV)

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານນາງ ບຸ່ຍທິຮວ່າ, ປະທານສະພາກາແດງ ຫວຽດນາມ, ປະທານສະພາຄຸ້ມຄອງມູນນິທິກາແດງ; ທ່ານນາງ ຟໍເກີ໋ມຮວາ, ຫົວໜ້າ VOV5; ທ່ານ ຫງວຽນສີຕຽນ, ຜູ້ອຳນວຍການໂຮງລະຄອນ ຕວ໋ຍແຈ໋;  ທ່ານນາງ ຟານທິບິກທ້ຽນ, ປະທານເວທີປາໄສແມ່ຍິງ ຫວຽດນາມ ປະຈຳ ເອີຣົບ.

        ໂຄງການ “ຊ່ວຍນ້ອງປະຕິບັດຄວາມຝັນ” ລວມມີບັນດາກິດຈະກຳຄື: ສະແດງ ແລະ ແລກປ່ຽນສິລະປະກັບບັນດານັກສິລະປິນ, ມອບເງິນຊ່ວຍເຫຼືອໃຫ້ແກ່ໂຮງຮຽນ, ມອບທຶນການສຶກສາ, ຂອງຂວັນໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງ, ເດັກນ້ອຍທີ່ປະສົບປະກັບຄວາມຫຍຸ້ງຍາກເປັນພິເສດ.

ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຈັດ​ຕັ້ງ​ໂຄງ​ການ “ຊ່ວຍ​ນ້ອງ​ປະ​ຕິ​ບັດ​ຄວາມ​ຝັນ” - ảnh 2ທ່ານນາງ ຟໍເກີມຮວາ, ຫົວໜ້າ VOV5 ກ່າວຄຳເຫັນໃນພິທີລົງນາມ (ພາບ: VOV)
ບັນດາຝ່າຍຈະສົມທົບກັນຈັດຕັ້ງປະຕິບັດໂຄງການດັ່ງກ່າວປະຈຳທຸກໆປີ ໃນໂອກາດວັນບຸນໄຫວ້ພະຈັນ ຫຼື ໄຂສົກຮຽນໃໝ່, ເພື່ອແນໃສ່ຊ່ວຍເຫຼືອເດັກໆທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊົນນະບົດ, ເຂດພູດອຍ, ເຂດຫ່າງໄກສອກຫຼີກ ມີເງື່ອນໄຂຮ່ຳຮຽນໄດ້ເປັນຢ່າງດີກວ່າ ແລະ ຕ້ອນຮັບສົກຮຽນໃໝ່ ແລະ ວັນບຸນໄຫວ້ພະຈັນຢ່າງເບີກບານມ່ວນຊື່ນ.        

        ພວກນ້ອງຈະໄດ້ຮັບການຊ່ວຍເຫຼືອທາງດ້ານຈິດໃຈ ໂດຍຜ່ານລາຍການສະແດງສິລະປະ, ການແລກປ່ຽນກັບບັນດານັກສິລະປິນຂອງໂຮງລະຄອນ ຕວ໋ຍແຈ໋; ໄດ້ຮັບການຊ່ວຍເຫຼືອດ້ານວັດຖຸຈາກແຫຼ່ງງົບປະມານ, ການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນປະເທດ ກໍຄືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ເອີຣົບ. ບັນດາການເຄື່ອນໄຫວມະນຸດສະທຳນີ້ ຈະໄດ້ແຜ່ກະຈາຍຢ່າງກວ້າງຂວາງຜ່ານຄື້ນວິທະຍຸ ຂອງ VOV5  ໃນ 13 ລາຍການກະຈາຍສຽງພາສາຕ່າງປະເທດ, ກໍຄື ໃນເວັບໄຊ vovworld.vn ຂອງວິທະຍຸກະຈາຍສຽງ ຫວຽດນາມ.  

        ຜ່ານພິທີລົງນາມໃນຂໍ້ຕົກລົງຮ່ວມມືຄັ້ງນີ້, ບັນດາຝ່າຍຕາງກໍປາດຖະໜາວ່າ ຈະສ້າງກຳລັງແຮງເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໂຄງການດັ່ງກ່າວຢ່າງມີປະສິດທິຜົນ ແລະ ມີຄວາມໝາຍ. ພ້ອມດຽວກັນນັ້ນ, ກໍຢາກປຸກລຸກນ້ຳໃຈເມດຕາປານີ ແລະ ຮຽກຮ້ອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນປະກອບສ່ວນເຂົ້າໃນການເຄື່ອນໄຫວກຸສົນ, ວຽກງານຊ່ວຍເຫຼືອສັງຄົມ, ຊ່ວຍສຶກສາ ແລະ ແຜ່ກະຈາຍບັນດາຄຸນຄ່າມະນຸດສະທຳ, ນ້ຳໃຈເມດຕາປານີໃນໝູ່ປະຊາຊົນທຸກຊັ້ນວັນນະ./.

ຕອບກັບ

ຂ່າວ/ບົດ​ອື່ນ