ພິທີເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM2)

(VOVWORLD) -ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (SOM 2 APEC) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ  17/5. ຢູ່ນະຄອນຫຼວງຮ່າໂນ້ຍ. ມີຜູ້ແທນປະມານກວ່າ 200 ຄົນ ເຂົ້າຮ່ວມຊຶ່ງຕ່າງໜ້າໃຫ້ 21 ພື້ນຖານເສດຖະກິສະມາຊິກ. 
ພິທີເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM2) - ảnh 1( ພິທີເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM2)

ນີ້ແມ່ນກອງປະຊຸມສຳຄັນເທື່ອທີ 2 ຂອງ APEC ໃນປີ 2017 ທີ່ຫວຽດນາມເປັນເຈົ້າພາບຈັດຕັ້ງ, ພາຍຫຼັງກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຖືກໄຂຂຶ້ນຢູ່ຍາຈາງເມື່ອເດືອນ 2 ທີ່ຜ່ານມາ.

ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ທ່ານ ບຸຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳ ການກະຊວງການຕ່າງປະເທດ ຫວຽດນາມ, ປະທານ SOM APEC ປະຈຳປີ 2017 ຊີ້ແຈງວ່າ:

ໃນໄລຍະ 9 ວັນຜ່ານມາ, ໄດ້ມີກວ່າ 40 ກອງປະຊຸມ, ແລະ ກອງປະຊຸມສຳມະນາ ຖືກຈັດຕັ້ງລະຫວ່າງ ບັນດາຄະນະກຳມະການ ແລະ ກຸ່ມປະຕິບັດງານແຕກຕ່າງກັນ. ບັນດາກອງປະຊຸມ ເຈົ້າໜ້າທີ່ອາວຸໂສ SOM 2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ພິເສດແມ່ນກອງປະຊຸມຂອງພວກເຮົາໃນມື້ນີ້ ແລະ ມື້ອື່ນນແມ່ນສຳຄັນທີ່ສຸດເພື່ອຜັນຂະຫຍາຍ ບັນດາຂໍ້ລິເລີ່ມຫັນບັນດາບຸລິມະສິດຂອງປີ APEC 2017 ເປັນລະອຽດ, ພ້ອມກັນນັ້ນກຳນົດທິດວຽກງານກະກຽມເນື້ອໃນ ແລະ ບັນດາເອກະສານທີ່ຈະຍືນສະເໜີຕໍ່ການນຳບັນດາພື້ນຖານເສດຖະກິດ ແລະ ບັນດາລັດຖະມົນຕີ APEC ຮັບຮອງເອົາທີ່ສັບປະດາຂັ້ນສູງ APEC ໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ