ພິທີເປີດຊຸດອົບຮົມໃຫ້ພະນັກງານອົງການກາແດງສປປ.ລາວ

(vovworld) – ຕອນ​ເຊົ້າ​ວັນ​ທີ 19/8, ຢູ່ ຮ່າ​ໂນ້ຍ, ເປັນຄັ້ງທຳອິດສູນ​ກາງ​ສະພາກາ​​ແດງ ຫວຽດນາມ ​ໄດ້​​ເປີດ​ຊຸດ​ອົບຮົມ​ໃຫ້​ບັນດາ​ການນຳ​ອົງການ​ກາ​ແດງ ສປປ ລາວ. ຊຸດ​ຮຽນ​ນີ້​ລວມມີສະມາ​ຊິກ 20 ຄົນ, ​ເຊິ່ງ​ແມ່ນ​ບັນດາ​ພະນັກງານ​ຂອງ​ອົງການ​ກາ​ແດງ​ຢູ່​ແຂວງ​ຕ່າງໆ​ຂອງ​ປະ​ເທດ​ລາວ. ກ່າວ​ຄຳ​ເຫັນ​ໄຂ​ຊຸດ​ຝຶກ​ອົບຮົມ​ນີ້, ທ່ານ ຫງວຽນ​ຫາຍ​ເດື່ອງ, ປະທານ​ສະ​ພາ​ກາ​ແດງ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “​ໃນ​ເວລາ​ເຮັດ​ວຽກ​ມາ​ເປັນ​ເວລາ 20 ວັນ​ຢູ່ ຫວຽດນາມ, ຊຸດ​ຮຽນ​ນີ້​ຈະ​ດຳ​ເນີນ 2 ວຽກ​ງານ. ທີ່​ໜຶ່ງ​ແມ່ນ​ພວກ​ເຮົາ​ໄດ້​ແລກປ່ຽນ​ບົດຮຽນ ​ແລະ ຝຶກ​ອົບ​ຮົບ​ດ້ານ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ມະນຸດສະທຳ. ທີ່​ສອງ​ແມ່ນ​ຈະ​ດຳ​ເນີນ​ການ​ເຊັນ​ຂໍ້​ຕົກລົງ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ ກັບ​ທຸກໆ​ແຂວງ​ມີ​ຊາຍ​ແດນ​ຮ່ວມ​ກັນ.”

ພິທີເປີດຊຸດອົບຮົມໃຫ້ພະນັກງານອົງການກາແດງສປປ.ລາວ - ảnh 1

ຄະນະພະນັກງານອົງການກາແດງ ລາວ ເຂົ້າຮ່ວມຊຸກຝຶກອົບຮົມ

   

ນອກຈາກ​ບັນດາ​ການ​ສຶກສາ​ຮຳ່ຮຽນ​, ການ​​ແລກປ່ຽນ​ບົດຮຽນໃນ​ຫ້ອງ​ຮຽນ​ໂດຍ​ບັນດາ​ກຳມະການ, ຫົວໜ້າ​ຄະນະ​, ​ຫົວ​ໜ່ວຍ​ຕ່າງໆຂອງ​ສູນ​ກາງ​ສະພາກາ​ແດງ ສອນ​ໂດຍ​ກົງ​ນັ້ນ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ນີ້​ຈະ​ໄດ້​ໄປ​ທັດສະນະ​ສຶກສາ​ບັນ​ດາ​ຮູບ​ແບບ​ເຄື່ອນ​ໄຫວ​ມະນຸດສະທຳ​ແບບຢ່າງ​ຢູ່​ບັນດາ​ແຂວງ, ນະຄອນ​ຕ່າງໆ​ທາງ​ພາກ​ໃຕ້​ຫວຽດນາມ ອີກ​ດ້ວຍ. ​ໂດຍ​ຕາງໜ້າ​ໃຫ້​​ຄະນະນັກ​ສຳ​ມະ​ນາກ​ອນ​ລາວ ທ່ານ ດຣ ກາ​ວີ​ພອນ ສຸດທິ, ຫົວໜ້າ​ກອງ​ໂຄສະນາ​ຂ່າວສານ ​- ຂົນຂວາ​ຍການ​ກຸສົນ, ອົງການ​ກາ​ແດງ​ລາວ, ກ່າ​ວວ່າ:

​ເທບ​ສຽງ​ທ່ານ ກາ​ວີ​ພອນ ສຸດທິ

ຂ່າວ/ບົດ​ອື່ນ