ພິທີເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ”

(VOVWORLD) -ບົດເຂົ້າຮ່ວມການປະກວດແມ່ນບັນດາບົດຂຽນ, ວີດີໂອ ກຼລິບ, ບັນທຶກສຽງຂອງຜູ້ແຕ່ງ ແບ່ງປັນເລື່ອງລາວຂອງຕົນກ່ຽວກັບວັດຖຸອານຸສອນຄື: ໝວກ, ເສື້ອ, ຖົມເປ້, ຈົດໝາຍ, ບົດກະວີ…
ພິທີເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” - ảnh 1(ພິທີເປີດບັ້ນແຂ່ງຂັນ)

ຕອນເຊົ້າວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ, ໄດ້ເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” ຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການສື່ມວນຊົນສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ພິທີເປີດບັ້ນແຂ່ງຂັນໄດ້ຈັດຂຶ້ນແບບໂດຍກົງ ສົມທົບກັບທາງໄກ ດ້ວຍສະຖານທີ່ເຊື່ອມຕໍ່ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕິດຕະພາບ ຫວຽດນາມ (ຢູ່ ຮ່າໂນ້ຍ) ແລະ ສະມາຄົມມິດຕະພາບ ລາວ- ຫວຽດນາມ (ຢູ່ນະຄອນຫຼວງວຽງຈັນ, ລາວ).

ພິທີເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” - ảnh 2(ທ່ານ ຈັນທະພອນ ຄຳມະນີຈັນ ກ່າວຄຳເຫັນທີ່ພິທີ)

ທີ່ພິທີເປີດບັ້ນແຂ່ງຂັນ, ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ, ສະຖານທູດແຫ່ງ ສປປ.ລາວ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

 

(ທ່ານ ຈັນທະພອນ ຄຳມະນີຈັນ)

        ເປົ້າໝາຍເຂົ້າຮ່ວມບັ້ນແຂ່ງຂັນແມ່ນສ່ວນບຸກຄົນ, ໝູ່ຄະນະນັກຊ່ຽວຊານ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດ, ອົງການ ໝູ່ຄະນະ, ວິສາຫະກິດ, ນັກສຶກສາ, ນັກຮຽນ…  ຊາວ ຫວຽດນາມ ທີ່ເຄີຍປະຕິບັດງານ, ຮ່ຳຮຽນ, ຢ້ຽມຢາມປະເທດລາວ ຫຼື ຊາວ ລາວ ທີ່ເຄີຍປະຕິບັດງານ, ຮ່ຳຮຽນຢູ່ ຫວຽດນາມ. ທ່ານ ຟານແອັງເຊີນ, ຮອງປະທານ, ເລຂານຸການໃຫຍ່ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ໃຫ້ຮູ້ວ່າ, ບົດເຂົ້າຮ່ວມການປະກວດແມ່ນບັນດາບົດຂຽນ, ວີດີໂອ ກຼລິບ, ບັນທຶກສຽງຂອງຜູ້ແຕ່ງ ແບ່ງປັນເລື່ອງລາວຂອງຕົນກ່ຽວກັບວັດຖຸອານຸສອນຄື: ໝວກ, ເສື້ອ, ຖົມເປ້, ຈົດໝາຍ, ບົດກະວີ… ເວລາເກັບຮັກສາຂອງວັດຖຸພັນຢ່າງໜ້ອຍສຸດເປັນເວລາ 5 ປີ (ນັບແຕ່ປີ 2017):

        “ການປະກວດນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ, ພະນັກງານ, ອະດີດທະຫານ, ນັກສິລະປີນ, ນັກສຶກສາ, ນັກຮຽນຂອງ 2 ປະເທດ ຫວນຄືນ, ເລົ່າຄືນ, ຂຽນກ່ຽວກັບອານຸສອນ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈຳ, ມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ”.

       ຄະນະຈັດຕັ້ງກໍ່ສົ່ງເສີມບັນດາຜູ້ຂຽນສົ່ງວັດຖຸແຫ່ງອານຸສອນມາເພື່ອວາງສະແດງທີ່ພິທີສະຫຼຸບມອບລາງວັນຢູ່ ຮ່າໂນ້ຍ, ເຊິ່ງຄາດວ່າ ຈະໄດ້ຈັດຂຶ້ນໃນເດືອນ ກັນຍາ 2022.

ຕອບກັບ

ທ້າວ ສົມສະນິດ ຫລວງໄຊສີ

ໂອກາດໜ້າ ຖ້າມີ ກິດຈະກຳ ແບບນີ້ ຂ້ອຍຢາກ ເຂົ້າຮ່ວມນຳ ເພາະມັນເປັນ ກິດຈະກຳທີ່ດີຫຼາຍ...

ຂ່າວ/ບົດ​ອື່ນ