ພິທີເປີດສົກຮຽນໃໝ່2014-2015ດຳເນີນໄປຢ່າງຟົດຟື້ນ

ພິທີເປີດສົກຮຽນໃໝ່2014-2015ດຳເນີນໄປຢ່າງຟົດຟື້ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ຕີ​ກອງ​ໄຂ​ສົກຮຽນ​ໃໝ່​ຢູ່ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ຕ່ຽນຢາງ
(ພາບ: Minh Trí/TTXVN)

(vovworld) – ​​​ຕອນ​ເຊົ້າວັນ​ທີ 3/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສົກຮຽນ​ໃໝ່ ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ທ໋າຍບິ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ ​ໄດ້​ຕີ​ກອງ​ໄຂ​ສົກຮຽນ​ໃໝ່. ພ້ອມ​ທັງ​ມອບ​ໜ້າ​ທີ່​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ​ໃນ​ສົກຮຽນ​ໃໝ່ “ປະຕິບັດ​​ປ່ຽນ​​ໃໝ່​ການ​ສຶກສາ - ບຳລຸງ​​ໂດຍພື້ນຖານ ​ແລະ ຮອບດ້ານ”.

    ກໍ່​ໃນ​ວັນ​ດຽວກັນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ວີ​ງຫຽນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ຂອງໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ບັກ​ກ້ານ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕີ​ລາຄາ​ສູງ​ຜົນງານ​​ແຫ່ງ​ການ​ສຸ້ຊົນ, ຄວາມ​ມານະ​ພະຍາຍາມ​ຂອງ​ຄູ​ອາຈານ, ນັກຮຽນ​ຂອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ບັກ​ກ້ານ ​ແລະ ​ເນັ້ນ​ໜັກ​ວ່າ: ​ໂຮງຮຽນ​ຄວນ​ສືບ​ຕໍ່​​ເສີມຂະຫຍາຍ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ຕັ້ງໜ້າ​ປ່ຽນ​ໃໝ່​ວິທີ​ສິດສອນ, ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາຕ່າງປະ​ເທດ, ກອມ​ພິວ​ເຕີ.​.​.

    ທີ່​ແຂວງ ຕ່ຽນຢາງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ໄດ້​ເຂົ້າ​ຮ່ວມ ​ແລະ ຕີ​ກອງ​ໄຂ​ສົກຮຽນ​ໃໝ່​ຢູ່ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ຕ່ຽນຢາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຮຽກຮ້ອງ​ໃຫ້​ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ ຕ່ຽນຢາງ ​ເວົ້າ​ລວມ, ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ຕ່ຽນຢາງ ​ເວົ້າ​ສະ​ເພາະ, ມີ​​ແຜນການ​ລະອຽດ​ດ້ວຍບັນດາມາດ​ຕະການ​ສາມາດ​​ເປັນ​ໄປ​ໄດ້​ເພື່ອ​ຈັດ​ຕັ້ງການ​ປະຕິບັດ​ບັນດາ​ການ​ຂົນຂວາຍ ​ແລະ ຂະ​ບວນການ​ແຂ່ງຂັນ​ສອນ​ດີ ​ແລະ ຮຽນ​​ເກັ່ງ​ເປັນ​ຢ່າງ​ດີ ​ແລະ ມີ​ປະສິດທິ​ຜົນ.

    ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ ຫງວຽນ​ທິມິ​ງຄາຍ​, ນະຄອນ ​ໂຮ່ຈີ​ມິນ, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ:

    “ສືບ​ຕໍ່​ຍູ້​ແຮງ​​ເລື່ອງ​ປະຕິບັດ​ການຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີມິນ​ ຢ່າງ​ມີ​ປະສິດທິ​ຜົນ​ ​ແລະ ມີ​ຫົວຄິດປະດິດ​ສ້າງ. ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ປັດ​ໄຈ​ພື້ນຖານ​ຂອງ​ການ​ສຶກສາ ​ແລະ ບຳລຸງ​ສ້າງຢ່າງ​ແຮງ ​ແລະ ຄົບ​ຊຸດ​. ປັບປຸງລະບົບ​ສຶກສາ​ຂອງ​ນະຄອນ​ຕາມ​ທິດລະບົບ​ສຶກສາ​ເປີດ, ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ. ພັດທະນາ​ຖັນ​ແຖວຄູ​ອາຈານ ​ແລະ ​ພະນັກງານຄຸ້ມ​ຄອງ​ການ​ສຶກສາ​ຂອງ​ນະຄອນ​ພວກ​ເຮົາ. ປ່ຽນ​ໃໝ່​ນະ​ໂຍບາຍ ​ແລະ ກົນ​ໄກ​ການ​ເງິນ. ສືບ​ຕໍ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ສາກົນ ​ແລະ ພັດທະນາ​ການ​ສຶກສາ​ບຳລຸງ​ສ້າງ.”



ຂ່າວ/ບົດ​ອື່ນ