ພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ບໍລິການ Becamex VSIP ບິ່ງດິງ

(VOVWORLD) - ບໍລິສັດໃຫຍ່ Becamex IDC ແລະ VSIP Group. ແຜນກຳນົດສັງລວມມີເນື້ອທີເກືອບ 1.400 ເຮັກຕາ, ຂຶ້ນກັບເຂດເສດຖະກິດ ເຍີນໂຮ້ຍ.
ພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ບໍລິການ Becamex VSIP ບິ່ງດິງ - ảnh 1ພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ
(ພາບ:Nhan Sáng - TTXVN)

ຕອນເຊົ້າວັນທີ 4 ມີນາ, ຢູ່ຕາແສງ ກາມວິງ, ເມືອງ ເວີນແກງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ. ໂຄງການເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ - ເຊິ່ງແມ່ນການຮ່ວມມືລະຫວ່າງ 2 ບໍລິສັດພັດທະນາອະສັງຫະລິມະຊັບອຸດສາຫະກຳແຖວໜ້າຂອງ ຫວຽດນາມ ຄື: ບໍລິສັດໃຫຍ່ Becamex IDC ແລະ VSIP Group. ແຜນກຳນົດສັງລວມມີເນື້ອທີເກືອບ 1.400 ເຮັກຕາ, ຂຶ້ນກັບເຂດເສດຖະກິດ ເຍີນໂຮ້ຍ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ: ເຂດເສດຖະກິດ ເຍີນໂຮ້ຍ ແມ່ນເຂດເສດຖະກິດຫຼາຍຂະແໜງ, ຫຼາຍຂົງເຂດ, ດ້ວຍຈຸດສຸມການພັດທະນາ ແມ່ນການທ່ອງທ່ຽວ, ການບໍລິການ, ຕົວເມືອງ, ເຂດອຸດສາຫະກຳ, ທ່າກ່ຳປັ່ນ, ພະລັງງານທົດແທນ ແລະ ສິນໃນນ້ຳ. ນີ້ແມ່ນຮູບແບບໃໝ່, ຮຽກຮ້ອງຕ້ອງມີການສຳຜັດເປັນແບບເປັນແຜນ ແລະ ດ້ວຍຈິນຕະນາການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ:

        “ກ່ຽວກັບການພັດທະນາອຸດສາຫະກຳ, Becamex ແລະ VSIP Group ຕ້ອງນຳໜ້າໃນບັນຫາຫັນປ່ຽນນີ້ ແລະ ຕ້ອງສ້າງມາດຖານສະເພາະຂອງຕົນ, ມາດຖານໃໝ່ເພື່ອອີງໃສ່ນັ້ນເພື່ອເລືອກເຟັ້ນເຕັກໂນໂລຊີສີຂຽວ, ອຸດສາຫະກຳສະອາດ, ເຂດອຸດສາຫະກຳຊີວະພາບອັດສະລິຍະ. ເຂດອຸດສາຫະກຳຕ້ອງແມ່ນບ່ອນຄົ້ນຄ້ວາການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີນະວັດຕະກຳ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ