ພິທີເປີດສຳນັກງານສະຖານເອກອັກຄະລັດຖະທູດຫຼັງໃໝ່ ສປປລາວ ປະຈຳ ສສ. ຫວຽດນາມ

ພິທີເປີດສຳນັກງານສະຖານເອກອັກຄະລັດຖະທູດຫຼັງໃໝ່ ສປປລາວ ປະຈຳ ສສ. ຫວຽດນາມ - ảnh 1
(​ພິທີ​ເປີດ​ສຳນັກງານສະຖານ​ເອກ​ອັກຄະ​ລັດຖະທູດ​ຫຼັງ​​ໃໝ່
ສປປລາວ ປະຈຳ ສສ​. ຫວຽດນາມ)


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 18/07, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ເປີດ​ສຳນັກງານສະຖານ​ເອກ​ອັກຄະ​ລັດຖະທູດ​ຫຼັງ​​ໃໝ່ ສປປລາວ ປະຈຳ ສສ​. ຫວຽດນາມ ຢູ່ເຮືອນ​ເລກທີ 40 ຖະໜົນກວາງ​ຈຸ​ງ, ຮ່າ​ໂນ້ຍ ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ​​ມີ ທ່ານ ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ທ່ານ ຟ້າ​ມບິ່ງ​ມິ​ງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ສົມ​ພອນ​ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງສປປລາວ ປະຈຳ​ຫວຽດນາມ ​ແລະ ​ແຂກ​ຖືກ​ເຊີນ. ສຳນັກງານ​ໃໝ່​ໄດ້​ເລີ່​ມລົງ​ມືກໍ່ສ້າງແຕ່​ວັນ​ທີ 11/11/2011 ດ້ວຍ​ເນື້ອ​ທີ່​ກ່ວາ 5.300 ຕາລາງ​ແມດ, ​ເວລາ​ປະຕິບັດ​ກິດ​ຈະ​ການກໍ່ສ້າງ​ແມ່ນ 710 ວັນ, ດ້ວຍ​ຍອດ​ຈຳນວນ​ທຶນ ​ແມ່ນ​ເກືອບ 8 ລ້ານ USD ​ເຊິ່ງລວມມີອາຄານ 2 ຫຼັງ, ​ໃນ​ນັ້ນ ຕຶກ​ອາຄານເຮັດ​ວຽກມີ 5 ຊັ້ນ ​ແລະ ​ຕຶກອາຄານ​ພັກ 7 ຊັ້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານເອກ​ອັກຄະ​ລັດຖະທູດລາວ​ ປະຈຳ​ຫວຽດນາມ ສົມ​ພອນ​ ສີ​ຈະ​ເລີ​ນ ​ໃຫ້​ຮູ້​ວ່າ.

ພິທີເປີດສຳນັກງານສະຖານເອກອັກຄະລັດຖະທູດຫຼັງໃໝ່ ສປປລາວ ປະຈຳ ສສ. ຫວຽດນາມ - ảnh 2
(ທ່ານເອກ​ອັກຄະ​ລັດຖະທູດລາວ​ ປະຈຳ​ຫວຽດນາມ ສົມ​ພອນ​ ສີ​ຈະ​ເລີ​ນ)



ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ​ລາວ​ປະຈຳ​ຫວຽດນາມ ຈະ​ສືບ​ຕໍ່​ກໍ່ສ້າງ​ເຂດ​ເຮືອນ​ພັກ​ຂອງ​ສະຖານທູດ ຢູ່ເຮືອນ​ເລກທີ 22 ຖະໜົນ​ເຈີ່ນບິ່ງ​ຈ້ອງ, ຮ່າ​ໂນ້ຍ ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ