ພິ​ທີ​ເປີດ​ໂຄງ​ກາ​ນ​ສວນ​ສາ​ທາ​ລະ​ນ​ະ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມ         ພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ.
ພິ​ທີ​ເປີດ​ໂຄງ​ກາ​ນ​ສວນ​ສາ​ທາ​ລະ​ນ​ະ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ - ảnh 1ພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ (ພາບ:  VOV)

ໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນຍິ່ງ, ໄດ້ລົງມືກໍ່ສ້າງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ. ພັກ ແລະ ລັດ ຫວຽດນາມ, ລາວ ໄດ້ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ  ທ່ອງທ່ຽວ ຫວຽດນາມ - ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ເປັນເຈົ້າຂອງໂຄງການ. ໂຄງການດັ່ງກ່າວມີເນື້ອທີ່ 3 ເຮັກຕາ, ໄດ້ກໍ່ສ້າງຢູ່ບ້ານດົງໝາກຄາຍ, ເຊິ່ງເປັນເຂດທີ່ໄດ້ວາງແຜນຜັງກາຍເປັນສູນກາງຕົວເມືອງໃຫຍ່ຂອງນະຄອນຫຼວງ ວຽງຈັນ.

        ສວນສາທາລະນະ ມິດຕະພາບ ລາວ - ຫວຽດນາມ ເປັນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ, ຄວາມຜູກພັນອັນໝັ້ນແກ່ນລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ