ພິທີເລີ່ມຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2017

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ ຢູ່ ນະຄອນ ບວນມາທວດ, ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ໄດ້ສົມທົບກັບ ແຂວງ ດັກລັກ ຈັດຕັ້ງພິທີເລີ່ມຂະບວນການຊາວຫນຸ່ມ ອາສາສະໝັກລະດູແລ້ງປີ 2017. 

ພິທີເລີ່ມຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2017 - ảnh 1

ພິທີເລີ່ມຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2017

ກ່າວຄຳເຫັນນະພິທີ, ທ່ານນາງ ເຈືອງທິມາຍ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າສະເຫນີອົງການຈັດຕັ້ງຄະນະຊາວຫນຸ່ມ ຍາມໃດກໍ່ຮັບປະກັນລັກສະນະກຳນົດທິດ ໃນບັນດາການເຄື່ອນໄຫວອາສາສະໝັກ, ເຮັດແນວໃດເສີມຂະຫຍາຍບົດບາດປະຈັນບານຂອງຊາວຫນຸ່ມຢູ່ບັນດາເຂດຫ່າງໄກສອກຫລີກ, ເຂດຊາຍແດນໝູ່ເກາະເປັນຢ່າງດີ, ນອກນັ້ນ ເອົາໃຈໃສ່ເຖິງເລື່ອງຮັບປະກັນເງື່ອນໄຂສະດວກເພື່ອໃຫ້ບັນດາການເຄື່ອນໄຫວອາດຈະດຳເນີນໄປຢ່າງດີສຸດ, ຮັບປະກັນຄວາມປອດໄພໃຫ້ແກ່ບັນດາຊາວຫນຸ່ມອາສາສະໝັກ. ຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ຄວນສົ່ງເສີມຊຸກຍູ້ເພື່ອໃຫ້ບັນດາການເຄື່ອນໄຫວອາສາສະໝັກກາຍເປັນຂະບວນການເປັນປະຈຳ, ຕໍ່ເນື່ອງ, ສ້າງສະຕິຄວາມຊີນເຄີຍໃນຊາວຫນຸ່ມ”

ຕອບກັບ

ຂ່າວ/ບົດ​ອື່ນ