ພິທີເລີ່ມຈ້ຳກາຍາມຕົ້ນປີໃໝ່ຢູ່ເຂດມໍລະດົກພະລາຊະວັງ ເຫ້ວ

(VOVWORLD) - ສູນອະນຸລັກຮັກສາປະຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ວາດພາບຄືນພິທີເອົາຕົ້ນກະຖິນລົງຢ່າງສົມກຽດ.
ພິທີເລີ່ມຈ້ຳກາຍາມຕົ້ນປີໃໝ່ຢູ່ເຂດມໍລະດົກພະລາຊະວັງ ເຫ້ວ - ảnh 1ພິທີເອົາຕົ້ນກະຖິນລົງ
(ພາບ: TTXVN)

        ຕອນເຊົ້າວັນທີ 16 ກຸມພາ, ສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ຈັດພິທີເອົາຕົ້ນກະຖິນລົງ ແລະ ຈ້ຳກາ ອວຍພອນລະດູບານໃໝ່ປີມະໂລງ ຢູ່ ຈ້ຽວມຽວ ແລະ ເທມຽວ, ແຫ່ງບູຊາບັນດາເຈົ້າຊີວິດ ຫງວຽນ, ຂຶ້ນກັບເຂດ ມໍລະດົກພະລາຊະວັງ ເຫ້ວ.

        ສູນອະນຸລັກຮັກສາປະຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ວາດພາບຄືນພິທີເອົາຕົ້ນກະຖິນລົງຢ່າງສົມກຽດ. ພາຍຫຼັງເອົາຕົ້ນກະຖິນລົງ, ທາງສູນຈະປະຕິບັດພິທີຈ້ຳກາອວຍພອນລະດູບານໃໝ່, ຂຽນຕົວໜັງສືຍາມຕົ້ນປີໃໝ່ມອບໃຫ້ແຂກມາຢ້ຽມຢາມເຂດມໍລະດົກພະລາຊະວັງ ເຫ້ວ.

        ທ່ານ ຫງວຽນເຟືອກຫາຍຈູງ, ຮອງຫົວໜ້າສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າ ເຫ້ວ, ໃຫ້ຮູ້ວ່າ, ການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອນີ້ໄດ້ວາດພາບຄືນໃໝ່ ດ້ວຍບັນດາພິທີກຳທີ່ຄ້າຍຄືກັນໃນສະໄໝລາຊະວົງ ຫງວຽນ, ເພື່ອສ້າງຈຸດເປັນເອກະລັກສະເພາະດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ, ເຊື່ອມຕົວຍາມຕົ້ນປີໃໝ່.

        “ນອກຈາກມີຄວາມໝາຍດ້ານຈິດໃຈໃນໝູ່ປະຊາຊົນໃນເມື່ອກ່ອນແລ້ວ, ຕົ້ນກະຖິນໃນພະລາຊະວັງຍັງເປັນການສົ່ງສັນຍານຮອດບຸນເຕັດ ແລະ ສິ້ນສຸດບຸນເຕັດ. ການປຸກຕົ້ນກະຖິນແມ່ນສົ່ງສັນຍານວ່າ ບຸນເຕັດວຽນມາແລ້ວ, ເມື່ອເອົາຕົ້ນກະຖິນລົງແມ່ນສິ້ນສຸດບຸນເຕັດ. ຕາມມູນເຊື້ອໃນເມື່ອກ່ອນ, ພວກຂ້າພະເຈົ້າໄດ້ຈັດພິທີເອົາຕົ້ນກະຖິນລົງຈ້ຳກາ. ພວກຂ້າພະເຈົ້າໄດ້ມອບຕົວໜັງສືໃຫ້ແຂກທ່ອງທ່ຽວຄືດັ່ງຄຳອວຍພອນຍາມຕົ້ນປີໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ