ພິທີແລະການຫຼິ້ນດຶງເຊືອກແມ່ນມໍລະດົກວັດທະນະທຳໂລກຢ່າງເປັນທາງການ

ພິທີແລະການຫຼິ້ນດຶງເຊືອກແມ່ນມໍລະດົກວັດທະນະທຳໂລກຢ່າງເປັນທາງການ - ảnh 1
(ພາບປະກອບ)
 

        (vovworld) - ວັນ​ທີ 2/12, ຢູ່​ວາລະ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຄັ້ງ​ທີ 10 ຂອງ UNESCO ​ເຊິ່ງດຳ​ເນີນ​ຢູ່​ປະ​ເທດ ​ນາ​ມີ​​ເບຍ, UNESCO ​ໄດ້​ຈັດ ພິທີ ​ແລະ ການ​​ຫຼິ້ນ​ດຶງ​ເຊືອກ​ຢູ່​ຫວຽດນາມ, ກຳປູ​ເຈຍ, ສ​ເກົາຫຼີ, ຟີ​ລິບ​ປິນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດຢ່າງ​ເປັນ​ທາງ​ການ. ຮອງ​ສາ​ສະ​ດາ​ຈານ, ດຣ ຫງວຽນ​ວັນ​ຮູ​ຍ, ກຳມະການ​ສະພາ​ມໍລະດົກ​ແຫ່ງ​ຊາດ, ຜູ້​ເຂົ້າ​ຮ່ວມ​ການ​ສ້າງ​ສຳ​ເນົາສະ​ເໜີ​ຕໍ່ UNESCO, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ການ​ດຶງ​ເຊືອກບໍ່​ພຽງ​ແຕ່ມີ​ຢູ່​ຫວຽດນາມ​ເທົ່ານັ້ນ, ຫາກ​ຍັງ​ມີ​ຢູ່​ຫຼາຍ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ອີກ​ດ້ວຍ. ຜ່ານ​ພິທີການ​ດຶງ​ເຊືອກ​ຢູ່​ປະ​ເທດ​ຕ່າງໆ ກໍ່​ເຫັນ​ວ່າພື້ນຖານ​ຂອງ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງໃນ​ຫຼາຍ​ພິທີ, ​ໃນ​ນັ້ນ​ມີ​ພິທີ​ດຶງ​ເຊືອກ. ນີ້​ແມ່ນ​ການ​ພາວະນາ​ຂໍ​ໃຫ້​ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ທຸກ​ຄົນ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຊີວິດ​ສັນຕິ​ສຸກ. ນັ້ນ​ແມ່ນ​ພື້ນຖານ​ຂອງວັດທະນະທຳ​ທີ່​ມີ​ມາ​ແຕ່​ບູຮານ“.

ຂ່າວ/ບົດ​ອື່ນ